ທ່ານຫວາງຢີ້ສົນທະນາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດຣັດເຊຍ

2024-01-11 14:47:45 cri


ວັນທີ 10 ມັງກອນນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຕາມການນັດໝາຍ.

ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານໄດ້ເຈລະຈາກ່ຽວກັບການໄປມາຫາສູ່ກັນລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງທັງສອງປະເທດ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການລົງທຶນ ແລະ ຂົງເຂດອື່ນໆ, ລົງເລິກການແລກປ່ຽນດ້ານກິລາ, ວັດທະນະທຳ ແລະ ອື່ນໆ, ຈັດປີວັດທະນະທຳຈີນ-ຣັດເຊຍໃຫ້ໂດດເດັ່ນ, ເພີ່ມການແລກປ່ຽນ ແລະ ປະສານສົມທົບກັນລະຫວ່າງສອງປະເທດໃນວຽກງານສາກົນ, ຮ່ວມກັນຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ດ້ານອື່ນໆ.

ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບການຮ່ວມມືລະຫວ່າງປະເທດສະມາຊິກບຣິກສ ຫຼື BRICS, ບັນຫາການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ, ແລະບັນຫາສາກົນ ແລະ ພາກພື້ນຕ່າງໆທີ່ສອງຝ່າຍສົນໃຈນຳກັນ.