ຈີນເລີ່ມປະຕິບັດມາດຕະການ 5 ຂໍ້ເພື່ອສ້າງຄວາມສະດວກໃຫ້ແກ່ຄົນຕ່າງປະເທດທີ່ເຂົ້າມາຈີນ

2024-01-12 10:57:49 CRI


     ວັນທີ 11 ມັງກອນນີ້, ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນເຜີຍໃຫ້ຮູ້ວ່າ: ນັບແຕ່ວັນທີ 11 ມັງກອນນີ້ເປັນຕົ້ນໄປ, ກົມຄຸ້ມຄອງຊາວຍົກຍ້າຍແຫ່ງຊາດຈີນຈະເລີ່ມປະຕິບັດມາຕະການ 5 ຂໍ້ຢ່າງເປັນທາງການເພື່ອສ້າງຄວາມສະດວກໃຫ້ແກ່ຄົນຕ່າງປະເທດທີ່ເຂົ້າມາຈີນ, ຈະລຶບລ້າງອຸປະສັກໃນການດຳເນີນທຸລະກິດ ການສຶກສາ ການທ່ອງທ່ຽວຢູ່ຈີນສຳລັບຄົນຕ່າງປະເທດຕື່ມອີກ, ເພື່ອຮັບໃຊ້ແລະຮັບປະກັນການເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງດີກວ່າເກົ່າ ແລະຮັບໃຊ້ການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ.

ມາດຕະການໃໝ່ 5 ຂໍ້ດັ່ງກ່າວມີດັ່ງນີ້: ຜ່ອນຜັນເງື່ອນໄຂຂໍວີຊ່າກັບດ່ານສຳລັບຄົນຕ່າງປະເທດທີ່ເຂົ້າມາຈີນ. ສຳລັບຄົນຕ່າງປະເທດທີ່ຜ່ານດິນແດນຈີນໂດຍກົງພາຍໃນ 24 ຊົ່ວໂມງຢູ່ດ່ານສະໜາມບິນສາກົນທີ່ສຳຄັນຂອງຈີນ ເຊັ່ນ ສະໜາມບິນສາກົນນະຄອນຫຼວງປັກກິ່ງ ແລະອື່ນໆ, ຈະບໍ່ຕ້ອງຮັບການກວດກາ. ສຳລັບຄົນຕ່າງປະເທດທີ່ອາໄສຢູ່ຈີນ ສາມາດຕໍ່ວີຊ່າ ແລະປ່ຽນວີຊ່າໃໝ່ຢູ່ໃກ້ກັບທີ່ຢູ່ອາໄສ. ຖ້າວ່າຄົນຕ່າງປະເທດທີ່ອາໄສຢູ່ຈີນຕ້ອງການເຂົ້າອອກເມືອງຫຼາຍຄັ້ງ, ສາມາດຂໍວີຊ່າກັບຈີນໄດ້. ເຮັດໃຫ້ຂັ້ນຕອນແລ່ນເອກະສານຂໍວີຊ່າສຳລັບຄົນຕ່າງປະເທດທີ່ອາໄສຢູ່ຈີນມີຄວາມກະທັດຮັດຫຼາຍຂຶ້ນ.