ຕູ້ຕິດລໍ້ສິນຄ້າລົດໄຟທີ່ຜະລິດໂດຍຈີນ 250 ອັນໄດ້ເລີ່ມຂົນສົ່ງໄປສູ່ອາຟຣິກາຈາກທ່າກຳປັ່ນທຽນສິນຂອງຈີນ

2024-01-12 09:55:07 cri


ວັນທີ 10 ມັງກອນນີ້, ຕູ້ຕິດລໍ້ສິນຄ້າລົດໄຟທີ່ຜະລິດໂດຍຈີນ 250 ອັນໄດ້ສຳເລັດຂັ້ນຕອນການຜ່ານດ່ານຢູ່ທ່າກຳປັ່ນທຽນສິນຂອງຈີນໂດຍໄວ ແລ້ວຈະຂົນສົ່ງໄປສູ່ປະເທດເຄັນຢາ ເພື່ອຍົກສູງຄວາມສາມາດດ້ານການຂົນສົ່ງສິນຄ້າພາຍໃນເຄັນຢາ ແລະ ຍົກສູງປະສິດທິພາບດ້ານການຈໍລະຈອນສິນຄ້າ.

ໃນຕູ້ຕິດລໍ້ສິນຄ້າ 250 ອັນດັ່ງກ່າວ, ມີ 200 ອັນສາມາດສອດຄ່ອງກັບສະພາບການຂົນສົ່ງສິນຄ້າຂອງທາງລົດໄຟລາງກ້ວາງ 1 ແມັດຂອງເຄັນຢາ, ສາມາດຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງສິນຄ້າຈາກທ່າກຳປັ່ນມອມບາຊາຂອງເຄັນຢາໄປສູ່ປະເທດທີ່ບໍ່ມີຊາຍແດນຕິດກັບທະເລທີ່ຢູ່ພາກກາງຂອງທະວີບອາຟຣິກາ.