ຈີນສົ່ງດາວທຽມ “ທຽນສິງ 1 ເລກ 2” ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2024-01-12 15:44:46 cri

ເວລາ 11 ໂມງ 52 ນາທີຂອງວັນທີ 11 ມັງກອນນີ້, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານ “ຄວ້າຍໂຈ່ວ 1A” ສົ່ງດາວທຽມ “ທຽນສິງ 1 ເລກ 2” ຂຶ້ນສູ່ອະວະກາດຈາກສູນສົ່ງດາວທຽມຈິວສວນຢ່າງສຳເລັດຜົນ. ດາວທຽມດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນຕາມທີ່ກຳນົດໄວ້ຢ່າງສະດວກ, ເຊິ່ງສະແດງໃຫ້ເຫັນວ່າການສົ່ງດາວທຽມຂຶ້ນສູ່ອະວະກາດຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ດາວທຽມໜ່ວຍດັ່ງກ່າວຕົ້ນຕໍຈະຖືກໃຊ້ເຂົ້າໃນການທົດລອງ ແລະ ການສຳຫຼວດສະພາບແວດລ້ອມອະວະກາດ ແລະ ອື່ນໆ.

ການສົ່ງດາວທຽມຄັ້ງນີ້ເປັນການປະຕິບັດໜ້າທີ່ຄັ້ງທີ 26 ຂອງຈະຫຼວດສົ່ງຍານ “ຄວ້າຍໂຈ່ວ 1A”.