ຈີນເປັນຕະຫຼາດຂາຍຍ່ອຍຜ່ານທາງອິນເຕີເນັດທີ່ໃຫຍ່ທີ່ສຸດໃນທົ່ວໂລກໃນ 11 ປີລຽນຕິດ

2024-01-12 10:49:47 CRI


     ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 11 ມັງກອນນີ້, ທ່ານນາງຊູ້ເຈວ໋ທີງ ໂຄສົກກະຊວງການຄ້າຈີນກ່າວວ່າ: ຈີນໄດ້ກາຍເປັນຕະຫຼາດຂາຍຍ່ອຍຜ່ານທາງອິນເຕີເນັດທີ່ໃຫຍ່ທີ່ສຸດໃນທົ່ວໂລກໃນ 11 ປີລຽນຕິດ.



     ວັນທີ 1 ມັງກອນປີ 2024, ກົດໝາຍວ່າດ້ວຍການຄ້າເອເລັກໂຕນິກຂອງສາທາລະນະລັດປະຊາຊົນຈີນໄດ້ຮັບການປະຕິບັດຄົບຮອບ 5 ປີ. ທ່ານນາງຊູ້ເຈວ໋ທີງກ່າວວ່າ: ນັບແຕ່ກົດໝາຍວ່າດ້ວຍການຄ້າເອເລັກໂຕນິກຂອງສາທາລະນະລັດປະຊາຊົນຈີນໄດ້ຖືກຈັດຕັ້ງປະຕິບັດໃນປີ 2019 ເປັນຕົ້ນມາ, ສະພາບແວດລ້ອມການດຳເນີນທຸລະກິດຂອງການຄ້າເອເລັກໂຕນິກຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ການຄ້າເອເລັກໂຕນິກໄດ້ກາຍເປັນພາກສ່ວນອັນສຳຄັນທີ່ມີຂະໜາດການພັດທະນາໃຫຍ່ທີ່ສຸດ, ຂອບເຂດການປົກຫຸ້ມກວ້າງທີ່ສຸດ ແລະມີຫົວຄິດປະດິດສ້າງຫຼາຍທີ່ສຸດໃນເສດຖະກິດດິຈີຕອນ ເຊິ່ງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຮັບໃຊ້ການສ້າງສະພາບການພັດທະນາອັນໃໝ່.