ຈີນເຕືອນວ່າ: ອາເມຣິກາບໍ່ຄວນເຂົ້າມາແຊກແຊງການເລືອກຕັ້ງຂອງເຂດໄຕ້ຫວັນດ້ວຍທຸກຮູບແບບ

2024-01-12 17:18:35 cri

ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຕ່າງປະເທດຈີນຈັດຂຶ້ນໃນວັນທີ 11 ມັງກອນນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບທຳນຽບຂາວຂອງອາເມຣິກາມີແຜນຈະສົ່ງຄະນະຜູ້ແທນທີ່ບໍ່ເປັນທາງການໄປຢ້ຽມຢາມໄຕ້ຫວັນ.

ທ່ານນາງເໝົາໜິງກ່າວວ່າ: ຢູ່ໃນໂລກມີແຕ່ປະເທດຈີນດຽວ, ໄຕ້ຫວັນແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງຈີນ. ຈີນເດັດດ່ຽວຄັດຄ້ານອາເມຣິກາກັບໄຕ້ຫວັນມີການໄປມາຫາສູ່ກັນທີ່ເປັນທາງການດ້ວຍທຸກຮູບແບບມາໂດຍຕະຫຼອດ. ອາເມຣິກາຄວນປະຕິບັດຕາມຫຼັກການປະເທດຈີນດຽວແລະຂໍ້ກຳນົດໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາຢ່າງແທ້ຈິງ, ແກ້ໄຂບັນຫາທີ່ກ່ຽວຂ້ອງກັບໄຕ້ຫວັນຢ່າງສຸຂຸມຮອບຄອບແລະເໝາະສົມ, ຍຸດຕິການໄປມາຫາສູ່ກັນແບບທາງການລະຫວ່າງອາເມຣິກາ-ໄຕ້ຫວັນ, ຍຸດຕິການສົ່ງສັນຍານທີ່ຜິດພາດໃດໆຕໍ່ອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ, ບໍ່ໃຫ້ເຂົ້າແຊກແຊງການເລືອກຕັ້ງຂອງເຂດໄຕ້ຫວັນດ້ວຍທຸກຮູບແບບ, ຫຼີກເວັ້ນການທຳລາຍການພົວພັນລະຫວ່າງຈີນ-ອາເມຣິກາ ແລະ ສັນຕິພາບກໍຄືສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ.

ທ່ານນາງເໝົາໜິງກ່າວຕື່ມອີກວ່າ: ຈີນຈະນຳໃຊ້ມາດຕະການທີ່ເດັດດ່ຽວແລະແຂງແຮງເພື່ອປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.