ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນນໍາສະເໜີໂຄງການທຶນຕ່າງປະເທດທີ່ສໍາຄັນຊຸດທີ 7

2024-01-13 12:23:36 CRI

 

   ເມື່ອກ້າວເຂົ້າສູ່ປີ 2024, ຈີນໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງ ໂດຍໄດ້ປັບປຸງສະພາບແວດລ້ອມດ້ານການດໍາເນີນທຸລະກິດໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ເຮັດໃຫ້ການຄາດຄະເນຂອງທຶນຕ່າງປະເທດມີຄວາມໝັ້ນທ່ຽງ ແລະ ມີຄວາມໝັ້ນໃຈ ເພື່ອຊຸກຍູ້ໃຫ້ບໍລິສັດຂ້າມຊາດເປີດກວ້າງການລົງທຶນຢູ່ຈີນ.


   ຫວ່າງມໍ່ໆມານີ້, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ນໍາສະເໜີໂຄງການທຶນຕ່າງປະເທດທີ່ສໍາຄັນຊຸດທີ 7 ເພື່ອຜ່ານການເສີມຂະຫຍາຍບົດບາດນໍາພາ ແລະ ສາທິດຂອງໂຄງການເຫຼົ່ານີ້ເຂົ້າໃນການປັບປຸງສະພາບພື້ນຖານຂອງທຶນຕ່າງປະເທດໃຫ້ໝັ້ນຄົງຕື່ມອີກ. ສໍາລັບໂຄງການທີ່ໄດ້ນໍາສະເໜີໃນຄັ້ງນີ້ລວມມີຂົງເຂດການແພດ ແລະ ການຢາຊີວະພາບ, ການຜະລິດລົດຍົນ, ແບັດເຕິຣີພະລັງງານໃໝ່, ອຸດສາຫະກໍາເຄມີ ແລະ ຂົງເຂດອື່ນໆ. ຕາມແຜນການແລ້ວ, ຍອດມູນຄ່າການລົງທຶນຂອງໂຄງການຊຸດໃໝ່ເຫຼົ່ານີ້ຈະມີຫຼາຍກວ່າ 15 ຕື້ໂດລາ, ໂດຍທົ່ວໄປແລ້ວການລົງທຶນຕໍ່ໂຄງການໃດໜຶ່ງມີມູນຄ່າຫຼາຍກວ່າ 1 ຕື້ໂດລາ.


   ນັບແຕ່ປີ 2018 ເປັນຕົ້ນມາ, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ແລະ ແຂວງທີ່ໂຄງການກ່ຽວຂ້ອງສັງກັດຢູ່ນັ້ນ ສ້າງຕັ້ງໜ່ວຍງານສະເພາະກິດໂຄງການທຶນຕ່າງປະເທດທີ່ສໍາຄັນ ເພື່ອວາງແຜນເປັນເອກະພາບກັນ ແລະ ປະສານງານແກ້ໄຂບັນຫາຕ່າງໆລະດັບຊາດທີ່ກ່ຽວຂ້ອງກັບໂຄງການເຫຼົ່ານີ້ ເຊັ່ນ: ບັນຫາການນໍາໃຊ້ທີ່ດິນ, ການນໍາໃຊ້ທະເລ, ການປະເມີນຕໍ່ສິ່ງແວດລ້ອມ, ການສິ້ນເປືອງພະລັງງານ ເປັນຕົ້ນ, ພ້ອມທັງໄດ້ເປີດຊ່ອງທາງສີຂຽວເພື່ອຊຸກຍູ້ເລັ່ງລັດໂຄງການທຶນປະເທດສໍາຄັນທີ່ເປັນສັນຍາລັກນັ້ນໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.