ຈີນຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວ

2024-01-13 13:47:06 CRI

 

    ວັນທີ 12 ມັງກອນນີ້, ກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ກ່ຽວກັບແຜນການປັບປຸງພາສີປີ 2024 ທີ່ຈີນເຜີຍແຜ່ໃນໄລຍະຫຼ້າສຸດ, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນໄດ້ເຜີຍແຜ່ ແລະ ປະຕິບັດແຜນການປັບປຸງພາສີປີ 2024, ຕັ້ງໜ້າຊຸກຍູ້ການຄ້າເສລີ, ປັບປຸງສະພາບແວດລ້ອມດ້ານການພັດທະນາການຄ້າກັບຕ່າງປະເທດ, ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່ທີ່ແບ່ງປັນຜົນປະໂຫຍດດ້ານການພັດທະນາກັບບັນດາປະເທດຢູ່ໃນໂລກ. ນັບແຕ່ເຂົ້າເປັນສະມາຊິກອົງການການຄ້າໂລກເປັນຕົ້ນມາ, ຈີນບໍ່ພຽງແຕ່ໄດ້ປະຕິບັດຕາມຄຳໝັ້ນສັນຍາໃນເວລາເຂົ້າຮ່ວມອົງການການຄ້າໂລກເທົ່ານັ້ນ, ຍັງໄດ້ປັບຫຼຸດລະດັບພາສີລົງເປັນ 7,3% ໃນປີ 2023, ລະດັບການຄ້າເສລີ ແລະ ການເປີດປະຕູສູ່ພາຍນອກໄດ້ຍົກສູງຂຶ້ນເລື້ອຍໆ. ເມື່ອປະເຊີນກັບຄວາມສ່ຽງ ແລະ ສິ່ງທ້າທາຍແຫ່ງລັດທິປົກປ້ອງການຄ້າ ແລະ ລັດທິຝ່າຍດຽວ, ຈີນຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວ, ສົ່ງເສີມເສດຖະກິດໂລກາພິວັດແບບມີຜົນປະໂຫຍດທົ່ວໄປ ແລະ ກວມລວມ, ຮ່ວມກັບຝ່າຍຕ່າງໆປົກປັກຮັກສາການຄ້າເສລີ ແລະ ລະບຽບການຄ້າຫຼາຍຝ່າຍ, ເພີ່ມພະລັງຊີວິດຊີວໃຫ້ເສດຖະກິດໂລກ.