ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງຢ່ານຳເອົາການສ້າງຄວາມເປັນປໍລະປັກກັນລະຫວ່າງກຸ່ມ, ການປະທະກັນ ແລະ ໄພສົງຄາມເຂົ້າມາໃນອາຊີປາຊິຟິກ

2024-01-13 12:32:45 CRI

 

   ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບ “ຍຸດທະສາດອິນໂດ-ປາຊິຟິກ” ຂອງອາເມຣິກາທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 12 ມັງກອນນີ້ວ່າ: ອາເມຣິກາໃນຖານະເປັນປະເທດມະຫາອໍານາດດ້ານການທະຫານໃຫຍ່ອັນດັບໜຶ່ງຂອງໂລກ ກໍຄືປະເທດທີ່ມີຄ່າໃຊ້ຈ່າຍດ້ານງົບປະມານການທະຫານຫຼາຍທີ່ສຸດຢູ່ໃນໂລກ, ສິ່ງທີ່ອາເມຣິກາຂາດແຄນນັ້ນບໍ່ແມ່ນຄວາມສາມາດໃນການກໍ່ສົງຄາມມາແຕ່ໃດໆ, ແຕ່ຫາກແມ່ນຄວາມສາມາດໃນການສ້າງ ແລະ ປົກປັກຮັກສາສັນຕິພາບນັ້ນເອງ. ການສະແຫວງຫາສັນຕິພາບກໍຄືການພັດທະນາເປັນຄວາມປາດຖະໜາຮ່ວມຂອງປະເທດຢູ່ໃນພາກພື້ນອາຊີປາຊິຟິກ. ອາເມຣິກາຄວນເຄົາລົບສຽງຮຽກຮ້ອງຂອງປະເທດຢູ່ໃນພາກພື້ນຢ່າງແທ້ຈິງ, ກະທຳໃນສິ່ງທີ່ມີຜົນດີຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນໃຫ້ຫຼາຍກວ່າເກົ່າ, ຈົ່ງຢ່ານຳເອົາການສ້າງຄວາມເປັນປໍລະປັກກັນລະຫວ່າງກຸ່ມ, ການປະທະກັນ ແລະ ໄພສົງຄາມເຂົ້າມາໃນອາຊີປາຊິຟິກ.