ໂຄສົກຫ້ອງການວຽກງານໄຕ້ຫວັນຄະນະລັດຖະບານຈີນໃຫ້ຄວາມເຫັນກ່ຽວກັບຜົນການເລືອກຕັ້ງຂອງເຂດໄຕ້ຫວັນຈີນ

2024-01-14 14:47:23 cri

ຕໍ່ກັບຜົນການເລືອກຕັ້ງຂອງເຂດໄຕ້ຫວັນຈີນ, ທ່ານເສີນປີ່ນຮວາ ໂຄສົກຫ້ອງການວຽກງານໄຕ້ຫວັນຄະນະລັດຖະບານຈີນກ່າວໃນຕອນຄ່ຳວັນທີ 13 ມັງກອນນີ້ວ່າ: ຜົນການເລືອກຕັ້ງ 2 ລາຍການຂອງເຂດໄຕ້ຫວັນຈີນໃນຄັ້ງນີ້ສະແດງໃຫ້ເຫັນວ່າ: ພັກກ້າວໜ້າປະຊາທິປະໄຕບໍ່ສາມາດເປັນຕົວແທນໃຫ້ແກ່ຄວາມຄິດເຫັນຂອງປະຊາຊົນກະແສຫຼັກໃນເກາະໄຕ້ຫວັນ. ໄຕ້ຫວັນເປັນເຂດໄຕ້ຫວັນຂອງຈີນ. ການເລືອກຕັ້ງຄັ້ງນີ້ບໍ່ສາມາດປ່ຽນແປງສະພາບການພື້ນຖານ ແລະ ທິດທາງການພັດທະນາຂອງການພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນ, ບໍ່ສາມາດປ່ຽນແປງຄວາມປາຖະໜາຮ່ວມຂອງພີ່ນ້ອງສອງຝັ່ງຊ່ອງແຄບໄຕ້ຫວັນທີ່ນັບມື້ນັບໃກ້ຊິດ ແລະ ສະໜິດແໜ້ນຍິ່ງໆຂຶ້ນ, ຍິ່ງບໍ່ສາມາດສະກັດກັ້ນທ່ວງທ່າທີ່ປະເທດຈີນຈະເປັນເອກະພາບກັນໃນທີ່ສຸດ ແລະ ຈະເປັນເອກະພາບກັນຢ່າງແນ່ນອນ.

ຫຼັກໝັ້ນໃນການແກ້ໄຂບັນຫາໄຕ້ຫວັນ ແລະ ສຳເລັດພາລະກິດທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນຂອງຈີນແມ່ນມີແນວຄິດອັນດຽວແຕ່ຕົ້ນຕະຫຼອດປາຍ ແລະ ມີມານະຈິດຢ່າງເດັດດ່ຽວໜຽວແໜ້ນ. ຈີນຈະຍຶດໝັ້ນ “ຄວາມເປັນເອກະພາບກັນປີ 1992” ທີ່ສະແດງໃຫ້ເຫັນເຖິງຫຼັກການປະເທດຈີນດຽວ; ເດັດດ່ຽວຄັດຄ້ານອິດທິກຳລັງທີ່ແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ ແລະ ການແຊກແຊງຈາກອິດທິກຳລັງພາຍນອກ, ຮ່ວມກັບພັກການເມືອງ, ຄະນະ ແລະ ບຸກຄົນວົງການຕ່າງໆທີ່ກ່ຽວຂ້ອງຂອງໄຕ້ຫວັນ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ລົງເລິກການພັດທະນາແບບເຊື່ອມໂຍງເຂົ້າກັນຂອງສອງຝັ່ງຊ່ອງແຄບໄຕ້ຫວັນ, ຮ່ວມກັນເສີມຂະຫຍາຍວັດທະນະທຳຈີນ, ຊຸກຍູ້ການພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນໃຫ້ມີການພັດທະນາໂດຍສັນຕິ ແລະ ຊຸກຍູ້ພາລະກິດອັນຍິ່ງໃຫຍ່ແຫ່ງການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ.