ໂຄສົກກະຊວງການຕ່າງປະເທດຈີນກ່າວຄວາມເຫັນຕໍ່ຖະແຫຼງການຂອງກະຊວງການຕ່າງປະເທດອາເມຣິກາກ່ຽວກັບການເລືອກຕັ້ງຂອງເຂດໄຕ້ຫວັນຈີນ

2024-01-14 16:32:05 cri

ກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການຕໍ່ການເລືອກຕັ້ງຂອງເຂດໄຕ້ຫວັນຈີນ ໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ປະກາດແຈ້ງການຮ່ວມ 3 ສະບັບລະຫວ່າງຈີນ ແລະ ອາເມຣິກາຢ່າງໜັກໜ່ວງ, ໄດ້ຝືນກັບຄຳໝັ້ນສັນຍາທາງການເມືອງຂອງອາເມຣິກາເອງທີ່ວ່າ ພຽງແຕ່ຮັກສາການໄປມາຫາສູ່ດ້ານວັດທະນະທຳ, ທຸລະກິດ ແລະ ການພົວພັນບໍ່ເປັນທາງການອື່ນໆກັບເຂດໄຕ້ຫວັນ, ໄດ້ສົ່ງສັນຍານອັນຜິດພາດໜັກໜ່ວງຕໍ່ອິດທິກຳລັງແບ່ງແຍກ “ໄຕ້ຫວັນເປັນເອກະລາດ”, ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້ ພ້ອມທັງໄດ້ສະແດງຄວາມຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາ.