ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບຜົນການເລືອກຕັ້ງຜູ້ນຳເຂດໄຕ້ຫວັນ

2024-01-14 16:14:50 CRI

ນັກຂ່າວຖາມວ່າ: ມີຄວາມຄິດເຫັນແນວໃດຕໍ່ຜົນການເລືອກຕັ້ງຜູ້ນຳເຂດໄຕ້ຫວັນ?


ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນໄດ້ໃຫ້ຄຳເຫັນຕໍ່ຜົນການເລືອກຕັ້ງຜູ້ນຳເຂດໄຕ້ຫວັນຂອງຈີນມາແລ້ວ.


ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນ. ບໍ່ວ່າສະຖະນະການຢູ່ໃນເກາະໄຕ້ຫວັນຈະມີການປ່ຽນແປງແນວໃດກໍຕາມ, ຄວາມເປັນຈິງທີ່ເປັນພື້ນຖານທີ່ວ່າ ໃນໂລກນີ້ມີພຽງແຕ່ປະເທດຈີນດຽວ ແລະ ໄຕ້ຫວັນແມ່ນສ່ວນໜຶ່ງຂອງຈີນນັ້ນ ຈະບໍ່ມີການປ່ຽນແປງແຕ່ຢ່າງໃດ; ຫຼັກໝັ້ນຂອງລັດຖະບານຈີນທີ່ຍຶດໝັ້ນຫຼັກການປະເທດຈີນດຽວ, ຄັດຄ້ານອິດທິກຳລັງທີ່ແບ່ງແຍກໄຕ້ຫວັນເປັນເອກະລາດ, ຄັດຄ້ານ “ສອງປະເທດຈີນ” ແລະ “ຈີນໜຶ່ງໄຕ້ຫວັນໜຶ່ງ” ນັ້ນຈະບໍ່ມີການປ່ຽນແປງແຕ່ຢ່າງໃດ; ປະຊາຄົມໂລກຍຶດໝັ້ນຄວາມຮັບຮູ້ໂດຍທົ່ວໄປ ແລະ ໂຄງສ້າງທີ່ໝັ້ນທ່ຽງຂອງຫຼັກການປະເທດຈີນດຽວນັ້ນຈະບໍ່ມີການປ່ຽນແປງແຕ່ຢ່າງໃດ. ຫຼັກການປະເທດຈີນດຽວແມ່ນສິ່ງຮັບປະກັນທີ່ສຳຄັນທີ່ສຸດໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ. ຈີນເຊື່ອໝັ້ນວ່າ ປະຊາຄົມໂລກຈະສືບຕໍ່ຍຶດໝັ້ນຫຼັກການປະເທດຈີນດຽວ, ເຂົ້າໃຈ ແລະ ສະໜັບສະໜູນປະຊາຊົນຈີນໃນການຄັດຄ້ານກິດຈະກຳຂອງອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດ ແລະ ສະໜັບສະໜູນພາລະກິດອັນເປັນທຳຂອງປະຊາຊົນຈີນໃນການມຸ່ງໝັ້ນທີ່ຈະທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ.