ນາຍົກລັດຖະມົນຕີຈີນຢ້ຽມຢາມສະວິດຢ່າງເປັນທາງການ

2024-01-15 15:07:05 cri

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານຄະລາວສ ສະວາບ, ຜູ້ລິເລີ່ມສ້າງທັງເປັນປະທານຄະນະບໍລິຫານຂອງເວທີເປິກສາຫາລືເສດຖະກິດໂລກ, ທ່ານນາງ ວິໂອລາ ອຳເຮິດ, ປະທານສະຫະພັນສະວິດ, ແລະທ່ານເລໂອ ວາຣັດຄາ ນາຍົກລັດຖະມົນຕີອຽກລັງ, ໃນຕອນເຊົ້າຂອງວັນທີ 14 ມັງກອນນີ້, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ເດີນທາງອອກຈາກປັກກິ່ງດ້ວຍເຮືອບິນພິເສດ, ເພື່ອໄປເຂົ້າຮ່ວມກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລືເສດຖະກິດໂລກຢູ່ສະວິດ, ພ້ອມທັງດຳເນີນການຢ້ຽມຢາມຢ່າງເປັນທາງການຕໍ່ສະວິດແລະອຽກລັງ.


ຕອນບ່າຍວັນທີ 14 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ່ານຫຼີສຽງໄດ້ເດີນທາງໄປຮອດສະໜາມບິນສາກົນຊູຣິກ, ເພື່ອເລີ່ມດຳເນີນການຢ້ຽມຢາມຕໍ່ສະວິດຢ່າງເປັນທາງການ.