ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນນຳພາຄະນະຜູ້ແທນພັກກອມມູນິດຈີນໄປຢ້ຽມຢາມກຳປູເຈຍ

2024-01-15 15:09:56 cri


ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກປະຊາຊົນກຳປູເຈຍ, ທ່ານຫຼີຊູ່ເຫຼີຍ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນໄດ້ນຳພາຄະນະຜູ້ແທນພັກກອມມູນິດຈີນ ໄປຢ້ຽມຢາມກຳປູເຈຍ ລະຫວ່າງວັນທີ 13 ຫາ 14 ມັງກອນນີ້, ໂດຍໄດ້ພົບປະກັບ ທ່ານຕີບັນ ຜູ້ແທນພິເສດຂອງທ່ານຮຸນເຊນ ປະທານພັກປະຊາຊົນກຳປູເຈຍ, ຮອງປະທານພັກປະຊາຊົນກຳປູເຈຍ, ທັງເປັນທີ່ເປິກສາລະດັບສູງຂອງເຈົ້າຊີວິດກຳປູເຈຍ, ແລະທ່ານຮຸນ ມານີ ກຳມະການປະຈຳສູນກາງພັກປະຊາຊົນ ທັງເປັນລັດຖະມົນຕີກະຊວງລັດຖະກອນກຳປູເຈຍ, ພ້ອມທັງເຂົ້າຮ່ວມກິດຈະກຳຕ່າງໆຮ່ວມກັບຜູ້ນຳຝ່າຍກຳປູເຈຍ, ເຊັ່ນ: ພິທີເປີດ “ປີແລກປ່ຽນວັດທະນະທຳຈີນ-ກຳປູເຈຍ” ປີ 2024, ງານສຳມະນາທິດສະດີສອງພັກຈີນ-ກຳປູເຈຍຄັ້ງທີ 2, ແລະພິທີລົງນາມໃນບົດບັນທຶກຊ່ວຍຈຳການພິມຈຳໜ່າຍແລະແປປຶ້ມອຳມະຕະຈີນ-ກຳປູເຈຍ.