ຈີນຈະຍິງສົ່ງຍານອະວະກາດທ່ຽນໂຈ່ວ 7 ຂຶ້ນສູ່ອະວະກາດໃນໄວໆນີ້

2024-01-15 16:03:57 cri


      ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນໄດ້ແຈ້ງໃຫ້ຮູ້ວ່າ: ວັນທີ 15 ມັງກອນນີ້, ຍານອະວະກາດຂົນສົ່ງທ່ຽນໂຈ່ວ 7 ແລະ ຈະຫຼວດສົ່ງຍານຊາງເຈີ່ງ 7-Y8 ໄດ້ຖືກຂົນສົ່ງໄປຮອດສະຖານທີ່ຍິງສົ່ງແລ້ວ.


      ປັດຈຸບັນ, ອຸປະກອນແລະໂຄງລ່າງພື້ນຖານຢູ່ເຂດຍິງສົ່ງການບິນອະວະກາດເວີນຊ່າງແຂວງໄຫຫຼຳຈີນຢູ່ໃນສະພາບທີ່ດີ, ໃນຂັ້ນຕອນຕໍ່ໄປຕາມແຜນການຈະດຳເນີນວຽກງານກວດກາສະມັດຕະພາບຕ່າງໆ,ການທົດລອງປະສົມແລະວຽກງານອື່ນໆກ່ອນການສົ່ງ,ແລະຈະຍິງສົ່ງຂຶ້ນສູ່ອະວະກາດໃນໄວໆນີ້.