ຫຼາຍປະເທດ ເຊັ່ນ: ຣັດເຊຍ ແລະອື່ນໆຄັດຄ້ານ “ການແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ” ທຸກຮູບແບບ ກະຊວງການຕ່າງປະເທດຈີນ: ນີ້ແມ່ນສຽງເປັນທຳ ແລະສຽງສັນຕິພາບຈາກປະຊາຄົມໂລກ!

2024-01-16 15:33:21 cri


ພາຍຫຼັງຜົນການເລືອກຕັ້ງ 2 ສະບັບຢູ່ເຂດໄຕ້ຫວັນປີ 2024 ຖືກປະກາດ, ທ່ານນາງ ມະເຣຍ ຈະຮະໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍຄັດຄ້ານການແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດທຸກຮູບແບບ, ຮຽກຮ້ອງໃຫ້ອິດທິກຳລັງພາຍນອກທັງໝົດຢ່າໃຊ້ການເຄ່ອນໄຫວທ້າທາຍທີ່ຈະທຳລາຍສະຖຽນລະພາບຂອງພາກພື້ນ ແລະຄວາມໝັ້ນຄົງສາກົນ. ຕໍ່ເລື່ອງນີ້, ວັນທີ 15 ມັງກອນນີ້, ທ່ານນາງເໝົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນຊົມເຊີຍຫຼັກໝັ້ນຂອງຣັດເຊຍ.

 

ທ່ານນາງເໝົານີງຍັງຊີ້ໃຫ້ເຫັນວ່າ: ທີ່ຈິງແລ້ວ, ນອກຈາກຣັດເຊຍ, ມາຮອດປັດຈຸບັນນີ້ໄດ້ມີຫຼາຍປະເທດ ແລະອົງການຈັດຕັ້ງສາກົນ, ລວມທັງຣັດເຊຍ, ອິນໂດເນເຊຍ, ຫວຽດນາມ, ກຳປູເຈຍ, ລາວ, ບັງກລາເທດ, ຟີລິບປິນ ແລະອື່ນໆ, ກໍໄດ້ກ່າວຢ້ຳຢ່າງເປີດເຜີຍວ່າ: ຈະປະຕິບັດຕາມຫຼັກການປະເທດຈີນດຽວດ້ວຍຮູບການຕ່າງໆ ເຊັ່ນ: ອອກຖະແຫຼງການ, ອອກປະກາດແຈ້ງການ, ຕອບຄຳຖາມຂອງນັກຂ່າວ ແລະອື່ນໆ, ເດັດດ່ຽວສະໜັບສະໜູນຈີນປົກປ້ອງອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ຄັດຄ້ານ “ການແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ” ທຸກຮູບແບບ, ສະໜັບສະໜູນພາລະກິດເຕົ້າໂຮມປະເທດຊາດໃຫ້ເປັນເອກະພາບກັນຂອງຈີນ.

 

ທ່ານນາງເໝົານີງຍັງກ່າວຕື່ມວ່າ: ນີ້ແມ່ນສຽງເປັນທຳ ແລະສຽງສັນຕິພາບຈາກປະຊາຄົມໂລກ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງຂອງປະຊາຄົມໂລກໃນການເດັດດ່ຽວປົກປ້ອງກົດບັດສະຫະປະຊາຊາດ ແລະຫຼັກຖານພື້ນຖານດ້ານການພົວພັນສາກົນ, ເປັນຕົວແທນຂອງກະແສຍຸກສະໄໝ ແລະທ່າອ່ຽງຂອງປະຫວັດສາດ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ປະເທດເຫຼົ່ານີ້ທີ່ເຂົ້າໃຈ ແລະສະໜັບສະໜູນຫຼັກການຄວາມເປັນທຳຂອງຈີນ.