ງານລາຕີສະຫຼອງບຸນກຸດຈີນລໍຖ້າທ່ານຢູ່! ວິທະຍຸໂທລະພາບສູນກາງຈີນໄດ້ສຳເລັດການຊ້ອມສະແດງຄັ້ງທຳອິດຂອງ “ງານລາຕີສະຫຼອງບຸນກຸດຈີນປີ 2024”

2024-01-16 14:35:15 cri

 

ວັນທີ 15 ມັງກອນນີ້, ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼືCMGໄດ້ຈັດການຊ້ອມສະແດງ “ງານລາຕີສະຫຼອງບຸນກຸດຈີນປີ 2024” ຄັ້ງທຳອິດ, ປະກອບມີລາຍການປະເພດຕ່າງໆ ຄື: ຮ້ອງເພງ ແລະເຕັ້ນລຳ, ລະຄອນງີ້ວ, ເວົ້າຕະຫຼົກຄູ່, ລະຄອນເວທີ ແລະອື່ນໆ ເຊິ່ງໄດ້ປະສານສົມທົບກັບປັດໄຈສຳຄັນຕ່າງໆ ຄື: ການນຳໃຊ້ເຕັກໂນໂລຊີການປະດິດສ້າງໃໝ່, ການອອກແບບເວທີ ແລະອື່ນໆ, ບັນຍາກາດສັງລວມຂອງງານລາຕີຄັ້ງນີ້ໄດ້ສະແດງອອກມາໃນເບື້ອງຕົ້ນ. ງານລາຕີສະຫຼອງບຸນກຸດຈີນປີ 2024 ຂອງCMGແມ່ນໄດ້ຍຶດໝັ້ນຖືເອົາ “ສ້າງຄວາມສຸກຄວາມເປັນສິລິມຸງຄຸນ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ” ເປັນເປົ້າໝາຍລວມ, ລົງເລິກການເຜີຍແຜ່ແບບປະສົມປະສານ “ແນວຄິດ+ສິລະປະ+ເຕັກນິກ”, ສົ່ງຕໍ່ຄວາມຈິງໃຈ ແລະຄວາມຮູ້ສຶກທີ່ແທ້ຈິງໂດຍຜ່ານລາຍການດີເດັ່ນໃໝ່ສົດ ແລະຮູບການແລກປ່ຽນລະຫວ່າງນັກສະແດງກັບຜູ້ຊົມ, ພະຍາຍາມມອບງານໃຫຍ່ໂຕມະໂຫລານດ້ານວັດທະນະທຳທີ່ເຕັມໄປດ້ວຍຮອຍຍິ້ມ ແລະສຽງຫົວໃຫ້ຊາວຈີນໃນທົ່ວໂລກໃນຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.