ການເລືອກຕັ້ງຢູ່ເຂດໄຕ້ຫວັນເປັນວຽກງານພາຍໃນຂອງຈີນເຊິ່ງບໍ່ສາມາດປ່ຽນແປງມູນຄວາມຈິງອັນພື້ນຖານແຫ່ງປະເທດຈີນດຽວໄດ້

2024-01-16 14:48:42 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 15 ມັງກອນນີ້ວ່າ: ການເລືອກຕັ້ງຢູ່ເຂດໄຕ້ຫວັນເປັນວຽກງານພາຍໃນຂອງຈີນ. ບໍ່ວ່າຜົນການເລືອກຕັ້ງຈະເປັນແນວໃດກໍຕາມ, ກໍລ້ວນແຕ່ບໍ່ສາມາດປ່ຽນແປງມູນຄວາມຈິງອັນພື້ນຖານທີ່ພຽງແຕ່ມີປະເທດຈີນດຽວໃນໂລກ ແລະ ໄຕ້ຫວັນເປັນພາກສ່ວນໜຶ່ງຂອງຈີນໄດ້.


   ໃນໂອກາດນີ້, ທ່ານນາງ ເໝົາໜິງ ຊີ້ໃຫ້ເຫັນວ່າ: ຫຼັກການປະເທດຈີນດຽວເປັນພື້ນຖານດ້ານການເມືອງແຫ່ງການສ້າງຕັ້ງ ແລະ ຂະຫຍາຍສາຍພົວພັນທາງການທູດລະຫວ່າງຈີນກັບປະເທດຕ່າງໆຢູ່ໃນໂລກ ເຊິ່ງເປັນຫຼັກການແຫ່ງການພົວພັນສາກົນທີ່ທົ່ວໂລກເຫັນດີເຫັນພ້ອມນຳ ທັງເປັນຄວາມຮັບຮູ້ໂດຍທົ່ວໄປຂອງປະຊາຄົມໂລກນໍາອີກ. ຖ້າວ່າມີປະເທດໃດລະເມີດຕໍ່ຫຼັກການປະເທດຈີນດຽວ, ນັ້ນກໍຄືການເຂົ້າແຊກແຊງວຽກງານພາຍໃນຂອງຈີນ ແລະ ລ່ວງລໍ້າອະທິປະໄຕຂອງຈີນ, ສິ່ງນີ້ຍ່ອມຈະຖືກປະຊາຊົນຈີນທຸກຖ້ວນໜ້າ ແລະ ປະຊາຄົມໂລກຮ່ວມກັນຄັດຄ້ານຢ່າງແນ່່ນອນ. ຈີນສະແດງຄວາມບໍ່ພໍ່ໃຈຢ່າງຮຸນແຮງ ແລະ ເດັດດ່ຽວຄັດຄ້ານຕໍ່ການກະທໍາທີ່ຜິດພາດທີ່ລະເມີດຕໍ່ຫຼັກການປະເທດຈີນດຽວຂອງປະເທດທີ່ກ່ຽວຂ້ອງ ເຊັ່ນ: ການອອກຖະແຫຼງການ ແລະ “ສົ່ງສານຊົມເຊີຍ” ເປັນຕົ້ນ, ພ້ອມທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ເລື່ອງນີ້.