ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງຈີນໃນປີ 2023 ບັນລຸຫຼາຍກວ່າ 126.000 ຕື້ຢວນ ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ປີ 2022

2024-01-17 17:18:35 cri

     ກົມສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 17 ມັງກອນນີ້ໂດຍສະແດງໃຫ້ເຫັນວ່າ: ຕາມການຄິດໄລ່ເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງຈີນໃນປີ 2023 ໄດ້ບັນລຸຫຼາຍກວ່າ 126.000 ຕື້ຢວນຄືມີເຖິງ 126.058,2 ຕື້ຢວນ, ຖ້າຄິດໄລ່ຕາມລາຄາທີ່ບໍ່ປ່ຽນແປງແລ້ວໄດ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ປີ 2022. ເສດຖະກິດຈີນໄດ້ທົນຕໍ່ຄວາມກົດດັນຈາກພາຍນອກ,ຜ່ານຜ່າຄວາມຫຍຸ້ງຍາກພາຍໃນ,ບັນລຸການພັດທະນາໄປໃນທາງທີ່ດີ,ການພັດທະນາທີ່ມີຄຸນນະພາບສູງໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນແລະຄາດໝາຍທີ່ສຳຄັນໄດ້ບັນລຸຜົນເປັນຈິງຢ່າງຈົບງາມ.