ນາຍົກຈີນພົບປະກັບປະທານາທິບໍດີສິງກະໂປ

2024-01-17 11:25:42 CRI

 

   ຕອນເຊົ້າວັນທີ 16 ມັງກອນນີ້ຢູ່ນະຄອນດາວົສຂອງສະວິດ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານ ທາມານ ຊັນມູກາຣັດນາມ ປະທານາທິບໍດີສິງກະໂປ.


   ໃນໂອກາດນີ້, ທ່ານ ຫຼີສຽງ ກ່າວວ່າ: ປີກາຍນີ້, ພາຍໃຕ້ການຊີ້ນໍານຳພາດ້ານຍຸດທະສາດຂອງຜູ້ນໍາສອງປະເທດ, ສາຍພົວພັນລະຫວ່າງຈີນ-ສິງກະໂປໄດ້ຮັບການຍົກລະດັບໃຫ້ກາຍເປັນສາຍພົວພັນຄູ່ຮ່ວມຮອບດ້ານທີ່ມີລັກສະນະເບິ່ງກວ້າງມອງໄກ ແລະ ມີຄຸນນະພາບສູງ. ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບສິງກະໂປ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງຜູ້ນຳສອງປະເທດໃຫ້ດີ ເພື່ອຊຸກຍູ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງຈີນ-ສິງກະໂປໃຫ້ໄດ້ຮັບຜົນສໍາເລັດອັນໃໝ່ຢ່າງບໍ່ຢຸດຢັ້ງ.


   ທ່ານ ຊັນມູກາຣັດນາມ ກ່າວວ່າ: ສິງກະໂປໃຫ້ຄວາມສໍາຄັນໃນລະດັບສູງຕໍ່ສາຍພົວພັນລະຫວ່າງສິງກະໂປ-ຈີນ, ຍິນດີຮ່ວມກັບຝ່າຍຈີນລົງເລິກການສົນທະນາ ແລະ ການແລກປ່ຽນປະສານງານກັນໃນຂົງເຂດຕ່າງໆ, ເພີ່ມທະວີການຮ່ວມມືໃນຂົງເຂດການທະນາຄານ, ເສດຖະກິດດິຈີຕອນ ແລະອື່ນໆ ເພື່ອຊຸກຍູ້ສາຍພົວພັນລະຫວ່າງສິງກະໂປ-ຈີນໃຫ້ໄດ້ຮັບການພັດທະນາກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.


   ນອກນີ້, ທ່ານ ຫຼີສຽງ ໄດ້ຍົກໃຫ້ເຫັນຫຼັກໝັ້ນ ແລະ ຫຼັກການຂອງຈີນກ່ຽວກັບບັນຫາໄຕ້ຫວັນ. ທ່ານ ຊັນມູກາຣັດນາມ ຢືນຢັນວ່າ: ສິງກະໂປຍຶດໝັ້ນຫຼັກການປະເທດຈີນດຽວ ແລະ ເດັດດ່ຽວຄັດຄ້ານທຸກຖ້ອຍຄວາມ ແລະ ການກະທໍາທີ່ “ແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ”. ຫຼັກໝັ້ນຂອງສິງກະໂປກ່ຽວກັບບັນຫາໄຕ້ ຫວັນແມ່ນບໍ່ມີການປ່ຽນແປງໃດໆ.