ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງເວທີເປິກສາຫາລືເສດຖະກິດໂລກ ແລະກ່າວຄຳປາໄສວ່າ ການເລືອກເອົາຕະຫຼາດຈີນບໍ່ແມ່ນຄວາມສ່ຽງແຕ່ແມ່ນກາລະໂອກາດ

2024-01-17 16:26:05 cri

ຕອນເຊົ້າວັນທີ 16 ມັງກອນນີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລືເສດຖະກິດໂລກຢູ່ສູນປະຊຸມສາກົນດາວົສ ແລະກ່າວຄຳປາໄສ. ທ່ານກ່າວເນັ້ນວ່າ: ຈີນແມ່ນປະເທດທີ່ມີຄວາມຊື່ສັດ ແລະຮັກສາຄຳໝັ້ນສັນຍາ. ການເລືອກເອົາຕະຫຼາດຈີນບໍ່ແມ່ນຄວາມສ່ຽງແຕ່ແມ່ນກາລະໂອກາດ.

 

ທ່ານຫຼີສຽງໄດ້ມີຂໍ້ສະເໜີ 5 ຂໍ້ກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈກັນຄືນໃໝ່, ເພີ່ມທະວີການຮ່ວມມື ແລະຊຸກຍູ້ການຟື້ນຟູເສດຖະກິດຂອງໂລກ ຄື: ທີໜຶ່ງແມ່ນເພີ່ມທະວີການປະສານສົມທົບດ້ານນະໂຍບາຍເສດຖະກິດມະຫາພາກ, ເຕົ້າໂຮມກຳລັງເຕີບໂຕຂອງເສດຖະກິດໂລກ. ທີສອງແມ່ນເພີ່ມທະວີການແບ່ງງານ ແລະການປະສານງານສາກົນ, ເດັດດ່ຽວຊຸກຍູ້ໃຫ້ການຄ້າ ແລະການລົງທຶນຫັນເປັນແບບເສລີ ແລະແບບສະດວກ, ຮັກສາຄວາມໝັ້ນທ່ຽງ ແລະຄວາມຄ່ອງແຄ້ວຂອງຕ່ອງໂສ້ການຜະລິດ ແລະຕ່ອງໂສ້ການສະໜອງໃນທົ່ວໂລກຢ່າງແທ້ຈິງ. ທີສາມແມ່ນເພີ່ມທະວີການແລກປ່ຽນ ແລະການຮ່ວມມືດ້ານວິທະຍາສາດເຕັກນິກສາກົນ, ເຮັດໃຫ້ການປ່ຽນແປງດ້ານເຕັກໂນໂລຊີໄດ້ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ມວນມະນຸດ. ທີສີ່ແມ່ນເພີ່ມທະວີການຮ່ວມມືດ້ານການພັດທະນາແບບສີຂຽວ, ຕັ້ງໜ້າຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທີຫ້າແມ່ນເພີ່ມທະວີການຮ່ວມມືໃຕ້-ເໜືອ ແລະການຮ່ວມມືໃຕ້-ໃຕ້, ພະຍາຍາມສ້າງເສດຖະກິດໂລກທີ່ກວມລວມແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.