ອາເມຣິກາຄວນຮັບຮູ້ຄວາມອ່ອນໄຫວສູງຂອງບັນຫາໄຕ້ຫວັນ ຍຸດຕິການນຳໃຊ້ບັນຫາໄຕ້ຫວັນມາແຊກແຊງວຽກງານພາຍໃນຂອງຈີນໃນທັນທີ

2024-01-17 16:42:39 cri

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ສະພາຕ່ຳອາເມຣິກາໄດ້ຮັບຮອງ “ຍັດຕິບໍ່ຈຳແນກໄຕ້ຫວັນ” ເມື່ອບໍ່ດົນມານີ້, ຮຽກຮ້ອງໃຫ້ລັດຖະມົນຕີກະຊວງການເງິນອາເມຣິການຳໃຊ້ອິດທິພົນຂອງອາເມຣິກາໃນອົງການກອງທຶນເງິນຕາສາກົນ ຫຼືIMF ເພື່ອສະໜັບສະໜູນໃຫ້ໄຕ້ຫວັນເຂົ້າຮ່ວມອົງການດັ່ງກ່າວ. ວັນທີ 16 ມັງກອນນີ້, ທ່ານນາງເໝົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວວ່າ: ຍັດຕິດັ່ງກ່າວຂອງອາເມຣິກາໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງບັງອາດ, ນຳໃຊ້ບັນຫາໄຕ້ຫວັນເພື່ອຈຸດປະສົງທາງການເມືອງ, ສ້າງ “ສອງປະເທດຈີນ”, “ຈີນໜຶ່ງໄຕ້ຫວັນໜຶ່ງ”, ຈີນບໍ່ພໍໃຈຢ່າງຮຸນແຮງ ແລະເດັດດ່ຽວຄັດຄ້ານ, ໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາ. ອາເມຣິກາຄວນຮັບຮູ້ຄວາມອ່ອນໄຫວສູງຂອງບັນຫາໄຕ້ຫວັນ ຍຸດຕິການນຳໃຊ້ບັນຫາໄຕ້ຫວັນມາແຊກແຊງວຽກງານພາຍໃນຂອງຈີນໃນທັນທີ, ຍຸດຕິການສົ່ງສັນຍານທີ່ຜິດພາດໃຫ້ອິດທິກຳລັງ “ແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ”, ຍຸດຕິການທຳລາຍການພົວພັນຈີນ-ອາເມຣິກາ ກໍຄືສັນຕິພາບ ແລະຄວາມໝັ້ນຄົງຢູ່ຊ່ອງແຄບໄຕ້ຫວັນ.