ນາຍົກລັດຖະມົນຕີຈີນສົ່ງສານຊົມເຊີຍໄປຍັງນາຍົກລັດຖະມົນຕີຝຣັ່ງ

2024-01-17 17:03:24 cri

ວັນທີ 16 ມັງກອນນີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານໄປຍັງທ່ານກາບຣິເອວ ອັດທາວ ເພື່ອຊົມເຊີຍທ່ານທີ່ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຝຣັ່ງ.

 

ທ່ານຫຼີສຽງກ່າວວ່າ: ຈີນ ແລະຝຣັ່ງແມ່ນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະແມ່ນປະເທດໃຫຍ່ທີ່ມີມູນເຊື້ອທີ່ເປັນເອກະລາດ ແລະເປັນເຈົ້າຕົນເອງ. ໃນຊຸມປີຜ່ານມານີ້, ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງປະມຸກລັດສອງປະເທດ, ການພົວພັນຈີນ-ຝຣັ່ງໄດ້ກ້າວໄປຂ້າງໜ້າຢ່າງໜັກແໜ້ນ ເຊິ່ງໄດ້ສ້າງຄວາມໝັ້ນຄົງອັນລ້ຳຄ່າໃຫ້ແກ່ໂລກທີ່ສັບສົນວຸ້ນວາຍ. ປີນີ້ແມ່ນປີທີ່ຈີນ-ຝຣັ່ງສ້າງສາຍພົວພັນທາງການທູດຄົບຮອບ 60 ປີ, ການພົວພັນລະຫວ່າງສອງປະເທດໄດ້ກ້າວໄປສູ່ຂະບວນການອັນໃໝ່ແຫ່ງການສືບທອດອະດີດ ແລະສືບຕໍ່ກ້າວໄປສູ່ອະນາຄົດ. ຂ້າພະເຈົ້າຍິນດີພະຍາຍາມຮ່ວມກັບທ່ານເພື່ອເພີ່ມພະລັງຊີວິດອັນໃໝ່ເຂົ້າໃນການລົງເລິກການແລກປ່ຽນ ແລະການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ປະກອບສ່ວນອັນໃໝ່ເຂົ້າໃນການສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ຝຣັ່ງທີ່ໝັ້ນຄົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມີລັກສະນະບຸກເບີກ ແລະກ້າວໜ້າ.