ຕອນຄ່ຳວັນທີ 16 ມັງກອນນີ້ຕາມເວລາທ້ອງຖິ່ນ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານເລໂອ ວາຣາດຄາ ນາຍົກລັດຖະມົນຕີອຽກລັງ, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ເດີນທາງໄປຮອດນະຄອນຫຼວງດູບລິນຂອງອຽກລັງ, ເລີ່ມດຳເນີນການຢ້ຽມຢາມຢ່າງເປັນທາງການຕໍ່ອຽກລັງ.
ທ່ານຫຼີສຽງກ່າວວ່າ, ຈີນກັບອຽກລັງໄດ້ກາຍເປັນແບບຢ່າງແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງບັນດາປະເທດທີ່ມີປະຫວັດສາດ, ວັດທະນະທຳແລະລະບອບການເມືອງທີ່ຕ່າງກັນ, ການພົວພັນແລະການຮ່ວມມືລະຫວ່າງສອງປະເທດມີອະນາຄົດທີ່ກວ້າງຂວາງແລະມີທ່າແຮງບົ່ມຊ້ອນທີ່ໃຫຍ່ຫຼວງ. ຝ່າຍຈີນຍິນດີຮ່ວມກັນກັບອຽກລັງ, ປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນກັບອຽກລັງໃຫ້ໄດ້ຮັບໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ.
ທ່ານຫຼີສຽງແມ່ນເດີນທາງໄປຮອດນະຄອນຫຼວງດູບລິນພາຍຫຼັງໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລືເສດຖະກິດໂລກແລະສຳເລັດການຢ້ຽມຢາມສະວິດຢ່າງເປັນທາງການ.