ທ່ານ ຫຼີສຽງ ພົບປະກັບປະທານຄະນະກຳມະການສະຫະພາບເອີຣົບ

2024-01-17 15:52:08 cri

      ຕອນບ່າຍວັນທີ 16 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານນາງ ອູຊຸລາ ວອນ ເດີ ເລເອັນ ປະທານຄະນະກຳມະການສະຫະພາບເອີຣົບໃນໄລຍະເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈຳປີ 2024 ຢູ່ນະຄອນດາວົສແຫ່ງປະເທດສະວິດ.

ທ່ານ ຫຼີສຽງ ກ່າວວ່າ: ຈີນໄດ້ຍຶດຖືການລົງເລິກການພົວພັນກັບເອີຣົບເປັນທິດທາງການຕ່າງປະເທດທີ່ເປັນບຸລິມະສິດມາໂດຍຕະຫຼອດ,ຍິນດີຮ່ວມກັບຝ່າຍເອີຣົບ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນໃນການພົບປະລະຫວ່າງຜູ້ນຳຈີນ-ເອີຣົບໃຫ້ດີ,ຍົກການພົວພັນຈີນ-ເອີຣົບໃຫ້ມີລັກສະນະຄວາມໝັ້ນທ່ຽງ,ລັກສະນະສ້າງສັນ,ລັກສະນະຕ່າງຝ່າຍຕ່າງມີຜົນປະໂຫຍດແລະລັກສະນະທົ່ວໂລກຕື່ມອີກ,ຊຸກຍູ້ຄວາມຈະເລີນຮຸ່ງເຮືອງແລະການພັດທະນາຂອງສອງຝ່າຍກໍຄືຂອງໂລກໃຫ້ດີຂຶ້ນກວ່າເກົ່າ. ຈີນຍິນດີນຳເຂົ້າຜະລິດຕະພັນຂອງສະຫະພາບເອີຣົບທີ່ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນຈີນໃຫ້ຫຼາຍກວ່າເກົ່າ,ກໍ່ຫວັງວ່າສະຫະພາບເອີຣົບຈະສາມາດຜ່ອນຄາຍຄວາມຈຳກັດຕໍ່ການສົ່ງອອກຜະລິດຕະພັນທີ່ມີເຕັກນິກສູງໄປຈີນ,ສອງຝ່າຍຫັນໜ້າເຂົ້າຫາກັນ,ຊຸກຍູ້ການຄ້າລະຫວ່າງຈີນ-ເອີຣົບໃຫ້ໄດ້ຮັບການພັດທະນາຢ່າງມີຄວາມດຸ່ນດ່ຽງກວ່າເກົ່າ.

ທ່ານນາງ ອຸຊຸລາ ວອນ ເດີ ເລເອັນ ກ່າວວ່າ: ຝ່າຍເອີຣົບຊົມເຊີຍຕໍ່ຈີນທີ່ໄດ້ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ, ບໍ່ຫວັງໃຫ້ຕັດການພົວພັນທາງດ້ານເສດຖະກິດກັບຈີນ,ຍິນດີຮ່ວມກັບຈີນເພີ່ມທະວີການຕິດຕໍ່ພົວພັນແລະການສົນທະນາກັນ,ລົງເລິກການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ,ຊຸກຍູ້ການປະຕິຮູບຂອງອົງການການຄ້າໂລກແລະຂົງເຂດອື່ນໆ,ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ,ຊຸກຍູ້ການພົວພັນລະຫວ່າງເອີຣົບ-ຈີນໃຫ້ໄດ້ຮັບການພັດທະນາຕື່ມອີກ.