ຍານອະວະກາດບັນທຸກເຄື່ອງ “ທ່ຽນໂຈ່ວ 7” ສຳເລັດການເຊື່ອມຈອດກັບສະຖານີອະວະກາດ

2024-01-18 12:04:20 cri

ໃນເວລາ 22 ໂມງ 27 ນາທີຂອງວັນທີ 17 ມັງກອນນີ້, ຍານອະວະກາດບັນທຸກເຄື່ອງ “ທ່ຽນໂຈ່ວ 7” ໄດ້ຖືກສົ່ງຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຈະຫຼວດສົ່ງຍານCZ-7-Y8 ຈາກສະໜາມຍິງສົ່ງອະວະກາດເວີນຊ່າງແຂວງໄຫຫຼຳຈີນ.

ຕາມການລາຍງານຂອງຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ຫຼັງຈາກ ຍານອະວະກາດບັນທຸກເຄື່ອງ “ທ່ຽນໂຈ່ວ 7” ເຂົ້າສູ່ວົງໂຄຈອນແລ້ວແມ່ນໄດ້ສຳເລັດການຈັດສັນທ່າບິນຢ່າງສະດວກ ແລະ ໄດ້ເຂົ້າຈອດຢູ່ທາງດ້ານຫຼັງຂອງຫ້ອງແກນກາງ ຫຼື core model ທຽນເຫີຂອງສະຖານີອະວະກາດໃນເວລາ 1 ໂມງ 46 ນາທີຂອງວັນທີ 18 ມັງກອນນີ້ຕາມເວລາປັກກິ່ງ.

ຫຼັງຈາກນັ້ນ, ນັກບິນອະວະກາດຂອງຍານອະວະກາດບັນທຸກຄົນ “ເສີນໂຈ່ວ 17” ຈະເຂົ້າສູ່ຍານອະວະກາດບັນທຸກເຄື່ອງ “ທ່ຽນໂຈ່ວ 7” ເພື່ອປະຕິບັດໜ້າທີ່ການລຳລຽງຂົນສົ່ງເຄື່ອງ ແລະ ອື່ນໆ.