ຫຼັກການປະເທດຈີນດຽວເປັນຫຼັກການພື້ນຖານທີ່ບໍ່ສາມາດຄ້າຂາຍໄດ້

2024-01-18 15:01:26 cri

ເມື່ອບໍ່ດົນມານີ້, ມີສື່ມວນຊົນລາຍງານຂ່າວຂຶ້ນມາໂດຍອ້າງອີງແຫຼ່ງຂ່າວຈາກ “ຜູ້ສັນທັດກໍລະນີ” ວ່າ: ລັດຖະບານນາອູຣູໄດ້ປະກາດຕັດອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ” ກັບໄຕ້ຫວັນ ແມ່ນຍ້ອນອະດີດປະທານາທິບໍດີປະເທດນາອູຣູໄດ້ຊັກໄຫຍ້ຢູ່ຫຼັງສາກ. ໃນໄລຍະທີ່ໄຕ້ຫວັນກຳລັງມີການປະເມີນ ແລະ ພິຈາລະນາຕໍ່ການຮ້ອງຂໍຄວາມຊ່ວຍເຫຼືອດ້ານເສດຖະກິດຂອງນາອູຣູ, ແຜ່ນດິນໃຫຍ່ຈີນກໍໄດ້ “ສວາຍເອົາໂອກາດຊ່ອງຫວ່າງນີ້”. ຕໍ່ກັບເລື່ອງນີ້, ທ່ານນາງມາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 17 ມັງກອນນີ້ວ່າ: ລັດຖະບານນາອູຣູໄດ້ຮັບຮອງເອົາຫຼັກການປະເທດຈີນດຽວ, ຕັດອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ” ກັບໄຕ້ຫວັນ ແລະ ຍິນດີຟື້ນຟູສາຍພົວພັນທາງການທູດກັບຈີນ ເປັນຂໍ້ຕົກລົງທີ່ເປັນເອກະພາບກັນຂອງຄະນະລັດຖະບານນາອູຣູ, ເປັນທາງເລືອກທີ່ຖືກຕ້ອງ ແລະ ເປັນເຈົ້າຕົນເອງຂອງນາອູຣູໃນຖານະເປັນປະເທດທີ່ມີອະທິປະໄຕ. ຖ້ອຍຄຳຂອງອັນທີ່ເອີ້ນວ່າ “ຜູ້ສັນທັດກໍລະນີ” ນັ້ນ ແມ່ນເອົາແນວຄິດຂອງຄົນໃຈແຄບໄປຕີລາຄາເລື່ອງຂອງຄົນໃຈດີ. ເວົ້າສຳລັບຜູ້ທີ່ລື້ງກັບ “ການທູດເງິນໂດລາ” ແລ້ວ, ຄວນຮັບຮູ້ທີ່ວ່າ: ຢູ່ໃນໂລກນີ້ມີບາງສິ່ງບາງຢ່າງແມ່ນບໍ່ສສາມາດຊື້ເອົາດ້ວຍເງິນໄດ້ຢ່າງເດັດຂາດ. ຫຼັກການປະເທດຈີນດຽວເປັນຫຼັກການພື້ນຖານທີ່ບໍ່ສາມາດຄ້າຂາຍໄດ້ ແລະ ເປັນຄວາມຮັບຮູ້ທົ່ວໄປຂອງປະຊາຄົມໂລກ.