ນາຍົກຈີນພົບປະກັບປະທານາທິບໍດີອຽກລັງ

2024-01-18 14:12:15 CRI

 

    ຕອນເຊົ້າວັນທີ 17 ມັງກອນນີ້ຢູ່ທໍານຽບປະທານາທິບໍດີທີ່ນະຄອນຫຼວງດູບລິນຂອງອຽກລັງ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຢ້ຽມຂໍ່ານັບທ່ານ ໄມເຄິລ ຮິກກິນສ໌ ປະທານາທິບໍດີອຽກລັງ.


    ໃນໂອກາດນີ້, ທ່ານ ຫຼີສຽງ ກ່າວວ່າ: ຈີນຍິນດີຮ່ວມມືກັບອຽກລັງໃນການຍຶດໝັ້ນຄວາມເຄົາລົບເຊິ່ງກັນແລະກັນ ແລະ ປະຕິບັດຕໍ່ກັນຢ່າງສະເໝີພາບ, ຖືເອົາການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອຽກລັງຄົບຮອບ 45 ປີໃນປີນີ້ເປັນໂອກາດທີ່ສໍາຄັນ, ເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສໍາຄັນລະຫວ່າງປະມຸກລັດຂອງສອງປະເທດໃຫ້ດີຕື່ມອີກ, ເພີ່ມທະວີຄວາມເຂົ້າໃຈ ກໍຄືຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງສອງປະເທດຢ່າງຕໍ່ເນື່ອງ, ເອົາໃຈໃສ່ໃນດ້ານຜົນປະໂຫຍດ ແລະ ສິ່ງທີ່ໜ້າສົນໃຈອັນສໍາຄັນຂອງກັນແລະກັນຢ່າງເຕັມສ່ວນ, ຍົກລະດັບດ້ານການຮ່ວມມື ແລະ ປະສິດທິຜົນຂອງການຮ່ວມມືໃນຂົງເຂດຕ່າງໆຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມດ້ານຍຸດທະສາດແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນ-ອຽກລັງໃຫ້ໄດ້ຮັບການພັດທະນາອັນໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ.


    ທ່ານ ໄມເຄິລ ຮິກກິນສ໌ ກ່າວວ່າ: ອຽກລັງຍິນດີເພີ່ມທະວີການແລກປ່ຽນຢ່າງມີໄມຕີຈິດມິດຕະພາບກັບຈີນ, ລົງເລິກການພົວພັນຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກຕ່າງໆ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ຄວາມປອດໄພດ້ານສະບຽງອາຫານ, ການພັດທະນາແບບຍືນຍົງ ແລະອື່ນໆ, ເພີ່ມທະວີມິດຕະພາບອັນດີງາມລະຫວ່າງປະຊາຊົນສອງຊາດ ເພື່ອຊຸກຍູ້ສາຍພົວພັນລະຫວ່າງອຽກລັງ-ຈີນໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.