ຍອດມູນຄ່າການຄ້າຂາຍຍ່ອຍຂອງເຄື່ອງບໍລິໂພກປະຈໍາປີ 2023 ຂອງຈີນມີຫຼາຍກວ່າ 47.000 ຕື້ຢວນ

2024-01-18 14:09:30 CRI

 

   ອີງຕາມຂໍ້ມູນທີ່ກົມສະຖິຕິແຫ່ງຊາດຈີນເປີດເຜີຍໃນວັນທີ 17 ມັງກອນນີ້ໄດ້ສະແດງໃຫ້ເຫັນວ່າ: ຍອດມູນຄ່າການຄ້າຂາຍຍ່ອຍຂອງເຄື່ອງບໍລິໂພກຕະຫຼອດປີ 2023 ຂອງຈີນມີຫຼາຍກວ່າ 47.000 ຕື້ຢວນ ເຊິ່ງໄດ້ບັນລຸ 47.149,5 ຕື້ຢວນ ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ປີ 2022.


   ການບໍລິໂພກໄດ້ກາຍເປັນແຮງຂັບເຄື່ອນຫຼັກຂອງການເຕີບໂຕດ້ານເສດຖະກິດຄືນໃໝ່. ປີ 2023, ລາຍຈ່າຍຈາກການບໍລິໂພກໄດ້ຊຸກຍູ້ເສດຖະກິດເຕີບໂຕ 4,3%, ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ປີ 2022 ແລະໄດ້ກວມເອົາ 82,5% ຂອງອັດຕາການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດ.


   ພ້ອມດຽວກັນນີ້, ການບໍລິໂພກດ້ານການບໍລິການໄດ້ຟື້ນຕົວອ່າວໄວ. ສັງເກດໄດ້ຈາກປີ 2023, ຍອດມູນຄ່າການຄ້າຂາຍຍ່ອຍດ້ານການບໍລິການເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2022, ຂະນະທີ່ລາຍຈ່າຍຈາກການບໍລິໂພກດ້ານການບໍລິການຄິດສະເລ່ຍຕໍ່ຫົວຄົນຂອງປະຊາຊົນແລ້ວແມ່ນໄດ້ເພີ່ມຂຶ້ນ 14,4%, ເພີ່ມຂຶ້ນ 2% ເມື່ອທຽບໃສ່ປີ 2022.


   ໃນໄລຍະຕໍ່ໄປ, ເງື່ອນໄຂທີ່ເປັນຜົນດີຕໍ່ການຄໍ້າປະກັນໃຫ້ກັບການຟື້ນຕົວຢ່າງຕໍ່ເນື່ອງຂອງການບໍລິໂພກນັ້ນອ່າວຫຼາຍ ໝາຍຄວາມວ່າການບໍລິໂພກຈະໄດ້ສືບຕໍ່ຮັກສາການເຕີບໂຕໃນລະດັບອ່າວດີ.