ປະທານາທິບໍດີອຸດສະເບກິດສະຖານຈະຢ້ຽມຢາມຈີນໃນໄວໆນີ້

2024-01-19 17:15:45 cri

ວັນທີ 19 ມັງກອນນີ້, ທ່ານນາງຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານ ຊັຟຄັດ ມິໂກໂມໂນວິຈ ມີຣຊີໂຢເຢັຟ(Shavkat Miromonovich Mirziyoyev) ປະທານາທິບໍດີອຸດສະເບກິດສະຖານຈະມາຢ້ຽມຢາມຈີນທາງລັດຖະກິດແຕ່ວັນທີ 23 ຫາ 25 ມັງກອນນີ້.