ໂຄສົກກະຊວງການຕ່າງປະເທດຈີນ: ບໍ່ວ່າໃຜທີ່ບັງອາດທ້າທາຍເກາະຜິດກ່ຽວກັບບັນຫາໄຕ້ຫວັນ, ຝ່າຍຈີນກໍ່ຈະເດັດດ່ຽວຕອບໂຕ້ຄືນ

2024-01-19 17:11:40 cri


ຕາມຂ່າວແຈ້ງວ່າ: ໂດຍແນໃສ່ຄຳເວົ້າທີ່ວິພາກວິຈານຂອງໂຄສົກກະຊວງການຕ່າງປະເທດຈີນ ຕໍ່ຖ້ອຍຄວາມທີ່ກ່ຽວພັນໄປເຖິງໄຕ້ຫວັນຂອງປະທານາທິບໍດີຟິລິບປິນ, ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນໄດ້ກ່າວຕອບໂຕ້ຄືນວ່າ, ຝ່າຍຈີນແມ່ນໄດ້ “ດູຖູກຟິລິບປິນແລະປະທານາທິບໍດີຟິລິບປິນ”. ວັນທີ 18 ມັງກອນນີ້, ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ: ຫຼັກການປະເທດຈີນດຽວແມ່ນເສັ້ນແດງ. ບໍ່ວ່າຜູ້ໃດທີ່ບັງອາດທ້າທາຍເກາະຜິດກ່ຽວກັບບັນຫາໄຕ້ຫວັນ, ຝ່າຍຈີນກໍ່ຮັບເອົາບໍ່ໄດ້ຢ່າງເດັດຂາດ, ຍ່ອມຈະຕອບໂຕ້ຄືນຢ່າງເດັດດ່ຽວ. ຖ້ອຍຄວາມຂອງຝ່າຍຟິລິບປິນແມ່ນໄດ້ຝ່າຝືນກັບຫຼັກການປະເທດຈີນດຽວແລະຖະແຫຼງການວ່າດ້ວຍການສ້າງສາຍພົວພັນທາງການທູດລະຫວ່າງຈີນກັບຟິລິບປິນຢ່າງໜັກໜ່ວງ, ໄດ້ຝ່າຝືນກັບຄຳໝັ້ນສັນຍາທາງດ້ານການເມືອງທີ່ຟິລິບປິນມີຕໍ່ຝ່າຍຈີນຢ່າງໜັກໜ່ວງ, ໄດ້ເຂົ້າມາແຊກແຊງວຽກງານພາຍໃນຂອງຈີນຢ່າງບັງອາດ. ຈີນສະແດງຫຼັກໝັ້ນຢ່າງເຄັ່ງຂຶມ ແມ່ນມີຄວາມຊອບທຳແລະຈຳເປັນທີ່ສຸດ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ຟິລິບປິນ ຈົ່ງປະຕິບັດຕາມຈິດໃຈຂອງຖະແຫຼງການວ່າດ້ວຍການສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດຢ່າງແທ້ຈິງ, ເຄົາລົບຫຼັກການປະເທດຈີນດຽວ, ຍຸດຕິການກ່າວຖ້ອຍຄວາມແລະການກະທຳທີ່ຜິດພາດໃດໆທີ່ກ່ຽວຂ້ອງກັບບັນຫາໄຕ້ຫວັນ.