ຮອງນາຍົກລັດຖະມົນຕີຈີນເດີນທາງໄປຢ້ຽມຢາມກາເມີຣູນ

2024-01-19 15:00:39 cri

ວັນທີ 17 ຫາ 18 ມັງກອນນີ້, ທ່ານລີວກົວຈຸ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນໄດ້ນຳພາຄະນະຜູ້ແທນລັດຖະບານຈີນເດີນທາງໄປຢ້ຽມຢາມກາເມີຣູນຕາມການເຊື້ອເຊີນ. ໃນໄລຍະດັ່ງກ່າວ, ທ່ານປາວ ບີຢາ ປະທານາທິບໍດີກາເມີຣູນ ແລະທ່ານດິອົນ ເອິນກຸດ ໂຈເຊຟ ນາຍົກລັດຖະມົນຕີກາເມີຣູນໄດ້ພົບປະກັບທ່ານລີວກົວຈຸ່ງຕາມລຳດັບ, ສອງຝ່າຍໄດ້ມີການແລກປ່ຽນຄວາມຄິດເຫັນນຳກັນຢ່າງເລິກເຊິ່ງເຂົ້າໃນດ້ານການພົວພັນຈີນ-ກາເມີຣູນ ກໍຄືການແລກປ່ຽນ ແລະການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດ.

 

ທ່ານລີວກົວຈຸ່ງກ່າວວ່າ: ນັບຕັ້ງແຕ່ການສ້າງສາຍພົວພັນທາງການທູດຈີນ-ກາເມີຣູນຄົບຮອບ 52 ປີຜ່ານມາ, ໄດ້ບັນລຸໝາກຜົນການຮ່ວມມືຢູ່ໃນຂົງເຂດຕ່າງໆຢ່າງຫຼວງຫຼ!ຍ. ຈີນຍິນດີຮ່ວມມືກັບກາເມີຣູນເພື່ອສືບຕໍ່ລົງເລິກຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືເຂົ້າໃນຂົງເຂດຕ່າງໆ. ຊຸກຍູ້ການຮ່ວມມືໃຕ້-ໃຕ້ ແລະຮັກສາຜົນປະໂຫຍດຮ່ວມກັນຂອງບັນດາປະເທດພວມພັດທະນາ.

 

ທ່ານບີຢາກ່າວວ່າ: ກາເມີຣູນເດັດດ່ຽວປະຕິບັດຕາມຫຼັກການປະເທດຈີນດຽວ ແລະຫຼັກໝັ້ນດ້ານນະໂຍບາຍນີ້ຈະບໍ່ມີການປ່ຽນແປງ. ທ່ານເອິນກຸດກ່າວວ່າ: ກາເມີຣູນຍິນດີຮ່ວມແຮງຮ່ວມໃຈກັບຈີນເພື່ອລົງເລິກການຮ່ວມມືໃນຂົງເຂດຕ່າງໆໃຫ້ດີຂຶ້ນຕື່ມອີກ ເຊັ່ນ: ການເມືອງ, ເສດຖະກິດການຄ້າ, ພື້ນຖານໂຄງລ່າງ ແລະອື່ນໆ, ຊຸກຍູ້ການພົວພັນສອງຝ່າຍໃຫ້ບັນລຸໝາກຜົນໃໝ່ຢ່າງໃຫຍ່ຫຼວງກວ່າເກົ່າ.