ຈີນຈະໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນກັບວິສາຫະກິດການຄ້າຕ່າງປະເທດຢ່າງທັນການ

2024-01-19 16:20:10 CRI

   ກ່ຽວກັບສະຖານະການຢູ່ທະເລແດງທີ່ມີການຜັນແປໄປຢ່າງບໍ່ຢຸດຢັ້ງ, ທ່ານ ເຫີຢ້າຕຸ່ງ ໂຄສົກກະຊວງການຄ້າຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 18 ມັງກອນນີ້ວ່າ: ເຂດທະເລແດງເປັນຊ່ອງທາງການຄ້າສາກົນທີ່ສໍາຄັນ. ຫວັງວ່າຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງເລີ່ມຕົ້ນຈາກສະພາບລວມອັນຕົ້ນຕໍແຫ່ງຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນນີ້ກໍຄືຜົນປະໂຫຍດລວມຂອງປະຊາຄົມໂລກ, ຟື້ນຟູ ແລະ ຮັບປະກັນຕໍ່ຄວາມໝັ້ນຄົງຂອງຊ່ອງທາງເດີນເຮືອຢູ່ເຂດທະເລແດງ, ຈົ່ງຮ່ວມກັນປົກປັກຮັກສາຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງຂອງໂລກໃຫ້ມີຄວາມສະດວກລຸລົ່ງກໍຄືຮ່ວມກັນເພື່ອປົກປັກຮັກສາການຄ້າສາກົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍຢ່າງເປັນປົກກະຕິ. ພວກຂ້າພະເຈົ້າຈະເພີ່ມທະວີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ຕິດຕາມສະຖານະການທີ່ກ່ຽວຂ້ອງຢ່າງໃກ້ຊິດ ເພື່ອໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນກັບວິສາຫະກິດການຄ້າຕ່າງປະເທດຢ່າງທັນການ.