ຍານອະວະກາດບັນທຸກເຄື່ອງ “ທ່ຽນໂຈ່ວ6” ຖືກຄວບຄຸມໃຫ້ເຂົ້າສູ່ຊັ້ນບັນຍາກາດອີກຄັ້ງໜຶ່ງ

2024-01-20 12:27:49 cri



ຕາມແຫຼ່ງຂ່າວຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ເວລາ 20 ໂມງ 37 ນາທີຂອງວັນທີ 19 ມັງກອນ 2024 ຕາມເວລາປັກກິ່ງ, ຍານອະວະກາດບັນທຸກເຄື່ອງ “ທ່ຽນໂຈ່ວ6” ໄດ້ຖືກຄວບຄຸມໃຫ້ເຂົ້າສູ່ຊັ້ນບັນຍາກາດອີກຄັ້ງໜຶ່ງ. ໃນຂະບວນການເຂົ້າສູ່ຊັ້ນບັນຍາກາດ, ຊີ້ນສ່ວນສ່ວນໃຫຍ່ທີ່ສຸດຂອງຍານອະວະກາດໄດ້ຖືກເຜົາໄໝ້ທຳລາຍ, ເຫຼືອແຕ່ຊາກສ່ວນໜ້ອຍເທົ່ານັ້ນທີ່ຕົກລົງສູ່ເຂດທະເລຕາມທີ່ກຳນົດໄວ້ລ່ວງໜ້າ.

ຍານອະວະກາດບັນທຸກເຄື່ອງ “ທ່ຽນໂຈ່ວ6” ໄດ້ຖືກຍິງຂຶ້ນສູ່ອະວະກາດເຂົ້າສູ່ວົງໂຄຈອນຈາກສູນສົ່ງຍານອະວະກາດເວີນຊ່າງຂອງຈີນເມື່ອວັນທີ 10 ພຶດສະພາ 2023, ຍານອະວະກາດລຳນີ້ໄດ້ບັນທຸກເຄື່ອງຂອງຕ່າງໆເຊັ່ນ: ເຄື່ອງໃຊ້ສຳລັບນັກບິນອະວະກາດຈຳນວນ6ຄົນໃນເວລາດຳລົງຊີວິດຢູ່ສະຖານີອະວະກາດ, ສານຂັບດັນ, ອຸປະກອນການທົດລອງແລະອື່ນໆ. ວັນທີ 12 ມັງກອນ 2024, ຍານອະວະກາດບັນທຸກເຄື່ອງ “ທ່ຽນໂຈ່ວ6” ໄດ້ຖອນອອກຈາກສະຖານີອະວະກາດຢ່າງສຳເລັດຜົນ ພ້ອມທັງໄດ້ປ່ອຍດາວທຽມທົດລອງຂອງມະຫາວິທະຍາໄລເຕັກໂນໂລຊີຕ້າຫຼຽນຢ່າງສຳເລັດຜົນໃນໄລຍະໂຄຈອນແບບອິດສະຫຼະ.