ທ່ານເຫີລີ້ເຟີ່ງ ພົບປະກັບຄະນະຜູ້ແທນຝ່າຍອາເມຣິກາຂອງໜ່ວຍງານການເງິນຈີນ-ອາເມຣິກາ

2024-01-20 11:43:31 cri


ວັນທີ 19 ມັງກອນນີ້ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ, ທ່ານເຫີລີ້ເຟີ່ງ ຮອງນາຍົກລັດຖະມົນຕີຈີນ,  ຜູ້ຮັບຜິດຊອບຝ່າຍຈີນກ່ຽວກັບວຽກງານເສດຖະກິດການຄ້າຈີນ-ອາເມຣິກາໄດ້ພົບປະກັບຄະນະຜູ້ແທນຝ່າຍອາເມຣິກາຂອງໜ່ວຍງານການເງິນຈີນ-ອາເມຣິກາ. ທ່ານຊີ້ໃຫ້ເຫັນວ່າ, ຈີນຍິນດີຮ່ວມກັບອາເມຣິກາຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາຢູ່ນະຄອນຊານຟຣານຊິສໂກໃຫ້ດີ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດຂະຫຍາຍໄປສູ່ທິດທາງທີ່ປອດໃສ, ໝັ້ນທ່ຽງ ແລະ ຍືນຍົງ. ສອງຝ່າຍຄວນສືບຕໍ່ນຳໃຊ້ກົນໄກໜ່ວຍງານການເງິນໃຫ້ດີ, ສະສົມຜົນງານຢ່າງບໍ່ຢຸດຢັ້ງ, ປັບປຸງ ແລະຂະຫຍາຍທ່ວງທ່າການຮ່ວມມືໃນຂົງເຂດການເງິນໃຫ້ໝັ້ນຄົງ.

ໜ່ວຍງານການເງິນຈີນ-ອາເມຣິກາແມ່ນກົນໄກແລກປ່ຽນການເງິນລະຫວ່າງສອງປະເທດທີ່ສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນຳຂອງຜູ້ຮັບຜິດຊອບທັງສອງຝ່າຍກ່ຽວກັບວຽກງານເສດຖະກິດການຄ້າຈີນ-ອາເມຣິກາ ເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດຢູ່ເກາະບາຫຼີຂອງອິນໂດເນເຊຍ. ຄະນະຜູ້ແທນອາເມຣິກາຢ້ຽມຢາມປະເທດຈີນເທື່ອນີ້ແມ່ນເພື່ອເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງໜ່ວຍງານການເງິນຈີນ-ອາເມຣິກາ.