ຄະນະຈັດຕັ້ງສູນກາງພັກຄອມມູນິດຈີນເບີກງົບປະມານ 318 ລ້ານຢວນຈາກເງິນສະຕິພັກເພື່ອສະໜັບສະໜູນການສຶກສາອົບຮົມສະມາຊິກພັກ

2024-01-21 15:05:13 cri

ເພື່ອສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງສູນກາງພັກຄອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນໃຈກາງໃຫ້ຄວາມສຳຄັນສູງຕໍ່ວຽກງານສ້າງສາພັກຂັ້ນຮາກຖານ ແລະເອົາໃຈໃສ່ສະມາຊິກພັກ ແລະພະນັກງານພັກຂັ້ນຮາກຖານ, ເມື່ອບໍ່ດົນມານີ, ຄະນະຈັດຕັ້ງສູນກາງພັກຄອມມູນິດຈີນໄດ້ເບີກງົບປະມານ 318 ລ້ານຢວນຈາກເງິນສະຕິພັກທີ່ຄຸ້ມຄອງແທນຄະນະກຳມະການສູນກາງພັກຄອມມູນິດຈີນ ເພື່ອສະໜັບສະໜູນວຽກງານການສຶກສາອົບຮົມສະມາຊິກພັກຂອງອົງການຈັດຕັ້ງພັກຂັ້ນຮາກຖານ, ຊ່ວຍເຫຼືອຄອບຄົວຂອງສະມາຊິກພັກ ແລະພະນັກງານທີ່ເສຍສະຫຼະຊີວິດເພື່ອສ່ວນລວມ, ແລະສະໜັບສະໜູນ 160 ເມືອງສຳຄັນແຫ່ງຊາດໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດອີງໃສ່ໂຮງຮຽນຂອງພັກຂັ້ນເມືອງດຳເນີນການອົບຮົມສະເພາະການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດຕໍ່ພະນັກງານຂັ້ນຮາກຖານຢູ່ຊົນນະບົດ, ການອົບຮົມລວມໝູ່ແບບໝູນວຽນຕໍ່ສະມາຊິກພັກຢູ່ຊົນນະບົດ ແລະອື່ນໆ.