ປະລິມານການສົ່ງເຄື່ອງດ່ວນຂອງຈີນໃນປີ 2023 ມີເຖິງ 132 ຕື້ອັນ ຄອງຖານະອັນດັບ 1 ຂອງໂລກໃນ 10 ປີລຽນຕິດ

2024-01-21 14:55:56 cri

      ໃນກອງປະຊຸມຂະແໜງການຈໍລະຈອນແລະຂົນສົ່ງສິນຄ້າປະຈຳປີຄັ້ງທີ 7 ທີ່ຈັດຂຶ້ນໃນວັນທີ 20 ມັງກອນນີ້, ທ່ານ ເຮີລີມີງ ປະທານສະຫະພັນການຈັດຊື້ແລະຈໍລະຈອນສິນຄ້າຈີນແຈ້ງໃຫ້ຮູ້ວ່າ: ປີ 2023, ຕະຫຼາດຈໍລະຈອນສິນຄ້າຂອງຈີນໄດ້ບັນລຸການເຕີບໂຕແບບຟື້ນຕົວຄືນໃໝ່,ຄາດວ່າໃນປີ 2023 ຍອດມູນຄ່າການຈໍລະຈອນສິນຄ້າທາງສັງຄົມຈະບັນລຸເຖິງ 350.000 ຕື້ຢວນ. ປະລິມານການສົ່ງເຄື່ອງດ່ວນໃນໝົດປີບັນລຸເຖິງ 132 ຕື້ອັນ,ໄດ້ຄອງຖານະອັນດັບ 1 ຂອງໂລກໃນ 10 ປີລຽນຕິດ. ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟຂອງຈີນບັນລຸເຖິງ 3,91 ຕື້ໂຕນ,ໄດ້ສ້າງສະຖິຕິໃໝ່ອີກ. ສ່ວນປະລິມານການຂົນສົ່ງສິນຄ້າແລະການໄປສະນີຜ່ານການບິນພົນລະເຮືອນບັນລຸ 7,35 ລ້ານໂຕນ,ໄດ້ຟື້ນຟູຄືນເຖິງລະດັບໃນປີ 2019 ໂດຍພື້ນຖານ.