ຍອດມູນຄ່າຂາອອກດ້ານການຄ້າເອເລັກໂຕຣນິກຂ້າມປະເທດຂອງຈີນໃນປີ 2023 ເພີ່ມຂຶ້ນ 19,6% ເມື່ອທຽບໃສ່ປີ 2022

2024-01-22 14:42:10 cri

  

    ຄຽງຄູ່ກັບໂລກາພິວັດໄດ້ພັດທະນາຢ່າງລົງເລິກ, ວິສາຫະກິດຈີນທີ່ນັບມື້ນັບຫຼາຍຂຶ້ນໄດ້ສຸມໃສ່ຕະຫຼາດຕ່າງປະເທດ ເພື່ອຊອກຫາໂອກາດພັດທະນາອັນໃໝ່ໃຫຍ່ກວ່າເກົ່າ, ການຄ້າເອເລັກໂຕຣນິກຂ້າມປະເທດແມ່ນໜຶ່ງໃນຊ່ອງທາງທີ່ສຳຄັນ.

    ອີງຕາມການຄາດຄະເນຂອງອົງການພາສີຈີນ, ປີ 2023, ຍອດມູນຄ່າຂາເຂົ້າ-ຂາອອກດ້ານການຄ້າເອເລັກໂຕຣນິກຂອງຈີນແມ່ນ 2.380 ຕື້ຢວນ, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ປີ 2022. ໃນນັ້ນ, ມູນຄ່າຂາອອກແມ່ນ 1.830 ຕື້ຢວນ, ເພີ່ມຂຶ້ນ 19,6% ເມື່ອທຽບໃສ່ປີ 2022, ມູນຄ່າຂາເຂົ້າແມ່ນ 548,3 ຕື້ຢວນ, ເພີ່ມຂຶ້ນ 3,9% ເມື່ອທຽບໃສ່ປີ 2022. ການທີ່ການຄ້າເອເລັກໂຕຣນິກຕໍ່ຕ່າງປະເທດໄດ້ພັດທະນາຢ່າງວ່ອງໄວນັ້ນໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ແຕກຕ່າງກັນຂອງຜູ້ບໍລິໂພກຊາວຈີນ, ທັງມີຜົນດີຕໍ່ຜະລິດຕະພັນຈີນໄດ້ເຂົ້າເຖິງທົ່ວໂລກອີກດ້ວຍ, ເຊິ່ງໄດ້ກາຍເປັນພະລັງແຮງຂັບເຄື່ອນອັນສຳຄັນຕໍ່ການພັດທະນາການຄ້າກັບຕ່າງປະເທດຂອງຈີນ.