ຈີນປະກາດປຶ້ມປົກຂາວ“ລະບົບລະບຽບກົດໝາຍການຕໍ່ຕ້ານລັດທິກໍ່ການຮ້າຍແລະພຶດຕິກຳຂອງຈີນ”

2024-01-23 17:22:04 cri


   ວັນທີ 23 ມັງກອນນີ້ ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ປະກາດປຶ້ມປົກຂາວ“ລະບົບລະບຽບກົດໝາຍການຕໍ່ຕ້ານລັດທິກໍ່ການຮ້າຍແລະພຶດຕິກຳຂອງຈີນ”.

   ປຶ້ມປົກຂາວດັ່ງກ່າວລະບຸວ່າ: ການຕໍ່ຕ້ານລັດທິກໍ່ການຮ້າຍແມ່ນໜ້າທີ່ຮັບຜິດຊອບຮ່ວມຂອງປະຊາຄົມໂລກ. ໃນຖານະເປັນປະເທດໜຶ່ງທີ່ໄດ້ຮັບຜົນຮ້າຍຈາກລັດທິກໍ່ການຮ້າຍ, ຈີນໄດ້ຜະເຊີນໜ້າກັບການຂົ່ມຂູ່ຕົວຈິງຈາກລັດທິກໍ່ການຮ້າຍມາເປັນເວລາຍາວນານ. ພຶດຕິກຳໄດ້ຢືນຢັນແລ້ວວ່າ: ການຊອກຄົ້ນແລະພຶດຕິກຳຂອງບັນດາປະເທດທະແນມແຕ່ສອດຄ່ອງກັບທິດສະແຫວງຫາຄ່ານິຍົມທາງສັງຄົມຂອງມວນມະນຸດ, ປະຕິບັດຕາມຫຼັກໝັ້ນແລະກະຕິກາຂອງອົງການສະຫະປະຊາຊາດທີ່ຕໍ່ຕ້ານລັດທິກໍ່ການຮ້າຍ ແລະເໝາະກັບສະພາບການແຫ່ງຊາດແລະລະບຽບກົດໝາຍຂອງປະເທດຕົນ, ກໍລ້ວນແຕ່ເປັນສ່ວນປະກອບໃນພາລະກິດສາກົນທີ່ຫັນປ່ຽນການຕໍ່ຕ້ານລັດທິກໍ່ການຮ້າຍໃຫ້ເປັນກົດໝາຍ.