ຈີນໄດ້ປັບປຸງສິ່ງແວດລ້ອມດ້ວຍການປູກຕົ້ນໄມ້ຕົ້ນຫຍ້າທີ່ມີເນື້ອທີ່ເຖິງ 8,3 ລ້ານເຮັກຕາໃນປີ 2023

2024-01-23 12:36:30 cri

 

    ວັນທີ 22 ມັງກອນນີ້, ໃນເວລາເວົ້າເຖິງວຽກງານເພີ່ມເນື້ອທີ່ສີຂຽວຂອງຈີນ, ທ່ານກ່ວນຈື້ເອົ່າ ຫົວໜ້າກົມປ່າໄມ້ ແລະ ທົ່ງຫຍ້າແຫ່ງຊາດຈີນກ່າວວ່າ: ຈີນໄດ້ສືບຕໍ່ຊຸກຍູ້ການເພີ່ມເນື້ອທີ່ສີຂຽວຕາມຫຼັກວິທະຍາສາດໃນປີ 2023 ໂດຍໄດ້ປູກຕົ້ນໄມ້ຕົ້ນຫຍ້າທີ່ມີເນື້ອທີ່ 8,3 ລ້ານເຮັກຕາ  ເຊິ່ງເປັນການບົວລະບັດເນື້ອທີ່ດິນທີ່ກາຍເປັນທະເລຊາຍ 1,9 ລ້ານກວ່າເຮັກຕາ.

    ທ່ານກ່ວນຈື້ເອົ່າກ່າວຕື່ມວ່າ: ວຽກງານປ່າໄມ້ ແລະ ທົ່ງຫຍ້າຂອງຈີນໃນປັດຈຸບັນນີ້ຍັງຢູ່ໃນໄລຍະສຳຄັນທີ່ຍົກສູງຄຸນນະພາບ ແລະ ເນື້ອທີ່, ຕ້ອງຍຶດໝັ້ນໃຫ້ຄວາມສຳຄັນຕໍ່ເນື້ອທີ່ ແລະ ຄຸນນະພາບພ້ອມກັນ ບົນພື້ນຖານທີ່ຮັກສາໃຫ້ເນື້ອທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.