ເຈດຈຳນົງແທ້ໆທີ່ຢາກສະກັດກັ້ນບໍ່ໃຫ້ຈີນພັດທະນາຂອງອາເມຣິກາໄດ້ນັບມື້ນັບສະແດງໃຫ້ເຫັນຢ່າງຈະແຈ້ງ

2024-01-23 11:49:09 CRI

    ວັນທີ 22 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ. ນັກຂ່າວຂ່າວສານລອຍເຕີຖາມວ່າ: ສອງຄະນະກຳມາທິການຂອງລັດຖະສະພາອາເມຣິກາຖື “ໄພຂົ່ມຂູ່ ແລະ ຄວາມສ່ຽງດ້ານຄວາມຫມັ້ນຄົງ” ເປັນຂໍ້ອ້າງສົ່ງສານໄປຍັງ ABB ເຊິ່ງເປັນບໍລິສັດເຕັກໂນໂລຊຂອງສະວິດ ໂດຍຮຽກຮ້ອງໃຫ້ວິສາຫະກິດດັ່ງກ່າວໃຫ້ຄຳອະທິບາຍກ່ຽວກັບການມີທຸລະກິດກັບລັດວິສາຫະກິດຂອງຈີນໃນຂະນະທີ່ດຳເນີນການຮ່ວມມືກັບອົງການລັດຖະບານອາເມຣິກາ . ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?



    ທ່ານວ່າງເວີນປິ່ນກ່າວວ່າ: ສຳລັບນັກຫຼິ້ນການເມືອງຂອງອາເມຣິກາເຫຼົ່ານີ້, ສິ່ງໃດຂອງຈີນກ້າວໜ້າ ສິ່ງນັ້ນກໍ່ຈະເປັນໄພຂົ່ມຂູ່, ແລ້ວຈະໃຊ້ມາດຕະການທຸກຢ່າງເພື່ອດຳເນີນການສະກັດກັ້ນ. “ໄພຂົ່ມຂູ່ຈາກຈີນ” ທີ່ນັກຫຼິ້ນການເມືອງຂອງອາເມຣິກາເສກສັນປັ້ນແຕ່ງຂຶ້ນນັບມື້ນັບຮຸນແຮງ, ເຈດຈຳນົງຂອງພວກເຂົາເຈົ້າທີ່ຖືຄວາມໝັ້ນຄົງແຫ່ງຊາດເປັນຂໍ້ອ້າງ, ເພື່ອສະກັດກັ້ນບໍ່ໃຫ້ຈີນພັດທະນານັ້ນກໍ່ນັບມື້ນັບສະແດງອອກໃຫ້ເຫັນຢ່າງຈະແຈ້ງ.