ທ່ານສີຈິ້ນຜິງຕອບຈົດໝາຍຂອງນັກສຶກສາເຄນຢາ ແລະ ຜູ້ຕາງໜ້ານັກສຶກສາເກົ່າຂອງມະຫາວິທະຍາໄລຈ່ຽວທົ່ງປັກກິ່ງ

2024-01-24 10:22:39 cri

ວັນທີ 17 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຂອງນັກສຶກສາເຄນຢາ ແລະ ຜູ້ຕາງໜ້ານັກສຶກສາເກົ່າຂອງມະຫາວິທະຍາໄລຈ່ຽວທົ່ງປັກກິ່ງ ໂດຍສົ່ງເສີມໃຫ້ພວກເຂົາເຈົ້າສືບຕໍ່ປະກອບສ່ວນເພື່ອເສີມສ້າງພາລະກິດມິດຕະພາບຈີນ-ເຄນຢາ ແລະ ຈີນ-ອາຟຣິກາ.


ຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ຈີນ ແລະ ເຄນຢາມີມິດຕະພາບມາແຕ່ບູຮານນະການ. ຂໍ້ລິເລີ່ມກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະເຮັດໃຫ້ອຸດົມການພັດທະນາຂອງຈີນ ແລະ ເຄນຢາໃຫ້ຈະເລີນຮຸ່ງເຮືອງນັ້ນ ກາຍເປັນຄວາມຈິງ ເຊິ່ງໄດ້ເຮັດໃຫ້ຄວາມສຸກຂອງປະຊາຊົນສອງຊາດຜູກພັນກັນຢ່າງແໜ້ນແຟ້ນ.


ຈົດໝາຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ອັນໃຫຍ່ໂຕມະໂຫລານໃນອະນາຄົດ ແລະ ແຜນຜັງອັນຍິ່ງໃຫຍ່ແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ເຄນຢາ ໃນອະນາຄົດ ຕ້ອງການໃຫ້ຊາວໜຸ່ມເຂົ້າຮ່ວມຫຼາຍກວ່າເກົ່າ ເຊິ່ງລວມທັງພວກທ່ານມາພະຍາຍາມຮ່ວມກັນ. ຫວັງວ່າ, ພວກທ່ານຈົ່ງຮຽນຄວາມຮູ້ວິຊາການໃຫ້ດີ, ບຸກບືນເຂົ້າໃນການຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນຫຼາຍກວ່າເກົ່າ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ອາຟຣິກາທີ່ມີລະດັບສູງກວ່າເກົ່າ.