ສປຈີນ ກັບ ສາທາລະນະລັດນາອູຣຸຟື້ນຟູສາຍພົວພັນທາງການທູດ

2024-01-24 15:41:33 CRI


    ວັນທີ 24 ມັງກອນນີ້, ຢູ່ທີ່ປັກກິ່ງ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ກັບ ທ່ານລີໂອເນນ ອັນກີມີ ລັດຖະມົນຕີກະຊວງການຕ່າງປະເທດນາອູຣຸໄດ້ເຊັນ‍‍“ຖະແຫຼງການຮ່ວມກ່ຽວກັບການຟື້ນຟູສາຍພົວພັນທາງການທູດລະຫວ່າງສາທາລະນະລັດປະຊາຈີນ ກັບ ສາທາລະນະລັດນາອູຣູ”. ນັບແຕ່ມື້ນີ້ເປັນຕົ້ນໄປ, ສອງປະເທດແມ່ນໄດ້ຟື້ນຟູການພົວພັນທາງເອກອັກຄະລັດຖະທູດດ້ວຍກັນ.