ຈີນຈະຢືນຢູ່ຂ້າງປະເທດທີ່ພວມພັດທະນາອັນໄພສານ ໂດຍສະເພາະແມ່ນປະເທດກາງ ແລະ ນ້ອຍຕະຫຼອດໄປ

2024-01-24 11:04:30 CRI

    ວັນທີ 23 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ. ມີນັກຂ່າວຖາມວ່າ:ພວກເຮົາໄດ້ສັງເກດເຫັນວ່າ: ຫວ່າງມໍ່ໆມານີ້, ກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຄັ້ງທີ 19 ແລະ ກອງປະຊຸມສຸດຍອດປະເທດໃຕ້ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ອູກັນດາ, ທ່ານລີວກົວຈົ່ງ ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນໄລຍະຈັດກອງປະຊຸມ, ຜູ້ຕາງໜ້າຫຼາຍປະເທດໄດ້ຕີລາຄາສູງຕໍ່ຄວາມໝາຍສຳຄັນຂອງຂໍ້ລິເລິ່ມການພັດທະນາທົ່ວໂລກ, ຮຽກຮ້ອງໃຫ້ປະເທດສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມຈົ່ງເພີ່ມທະວີຄວາມສາມັກຄີ ແລະ ການປະສານງານໃນວຽກງານສາກົນ, ປົກປັກຮັກສາລັດທິຫຼາຍຝ່າຍ ແລະ ຜົນປະໂຫຍດຮ່ວມກັນຂອງປະເທດໃຕ້ໃນໂລກ.


 

     ທ່ານວ່າງເວີນປິ່ນຕອບວ່າ: ໃນຖານະທີ່ເປັນປະເທດທີ່ພວມພັດທະນາໃຫຍ່ທີ່ສຸດ, ຄູ່ຮ່ວມຂອງຂະບວນການບໍ່ຮ່ວມກຸ່ມ ແລະ ປະເທດໜຶ່ງຂອງ “ພາກໃຕ້ທົ່ວໂລກ”, ຈີນຈະຢືນຢູ່ຂ້າງປະເທດທີ່ພວມພັດທະນາອັນໄພສານ ໂດຍສະເພາະແມ່ນປະເທດກາງ ແລະ ນ້ອຍຕະຫຼອດໄປເພື່ອປະກອບສ່ວນເຂົ້າໃນການພັດທະນາຮ່ວມກັນຂອງປະເທດໃຕ້.