ຜົນຜະລິດທັນຍາຫານຂອງຈີນໃນປີ 2023 ບັນລຸເຖິງ 695 ຕື້ 410 ລ້ານກິໂລ ໂດຍໄດ້ສ້າງສະຖິຕິສູງສຸດອັນໃໝ່ໃນປະຫວັດສາດ

2024-01-24 11:00:42 CRI


    ວັນທີ 23 ມັງກອນນີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອສະເໜີສະພາບການເຄື່ອນໄຫວເສດຖະກິດກະສິກຳຂອງຈີນໃນປີ 2023 ເຊິ່ງແຈ້ງໃຫ້ຮູ້ວ່າ: ຜົນຜະລິດທັນຍາຫານຂອງຈີນໃນປີ 2023 ບັນລຸເຖິງ 695 ຕື້ 410 ລ້ານກິໂລ, ເພີ່ມຂຶ້ນ 8 ຕື້ 880 ລ້ານກິໂລເມື່ອທຽບກັບປີ 2022ໂດຍໄດ້ສ້າງສະຖິຕິສູງສຸດອັນໃໝ່ໃນປະຫວັດສາດ.