ຄວາມຜູກພັນລະຫວ່າງລາວກັບບ້ານສິບແປດຖໍ້າ

2024-01-24 23:25:17 cri


ບ້ານສິບແປດຖໍ້າຕັ້ງຢູ່ເມືອງຮົວຢວນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຖູເຈ່ຍຊ່ຽງຊີແຂວງຫູໜານຂອງຈີນ. ບ້ານເຜົ່າມົ້ງທີ່ຕັ້ງຢູ່ເຂດພູດອຍແຫ່ງນີ້ແມ່ນມີຊື່ສຽງໂດ່ງດັງເນື່ອງຈາກວ່າເປັນແຫຼ່ງກໍາເນີດຂອງແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ທີ່ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນສະເໜີເປັນຄັ້ງທຳອິດເມື່ອເດືອນພະຈິກປີ 2013, ທັງໄດ້ຜູກພັນກັບລາວເນື່ອງໃນໂອກາດທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວໃນເວລານັ້ນໄດ້ເດີນທາງມາລົງພາກສະໜາມຕົວຈິງຢູ່ຈີນເພື່ອຊອກຫາບົດຮຽນ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ເມື່ອເດືອນມິຖຸນາປີ 2018.


ພາບປັດຈຸບັນຂອງບ້ານສິບແປດຖ້ຳ


ປີນີ້ເປັນປີຄົບຮອບ 10 ປີແຫ່ງການສະເໜີແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ຢູ່ແຂວງຫູນານ. ມື້ນີ້, ພວກເຮົາມາທົບທວນຄືນເລື່ອງລາວທີ່ລໍ້າຄ່າສໍາລັບສອງປະເທດຈີນ-ລາວນໍາກັນ.

ບ້ານສິບແປດຖໍ້າເມືອງຮົວຢວນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຖູເຈ່ຍຊ່ຽງຊີແຂວງຫູໜານຂອງຈີນຕັ້ງຢູ່ບ່ອນຫ່າງໄກສອກຫຼີກ, ແຕ່ມີທິວທັດທໍາມະຊາດອັນສວຍງາມ. ວັນທີ 3 ພະຈິກ 2013, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານສິບແປດຖໍ້າ ເພື່ອຮັບຮູ້ສະພາບການດ້ານການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດພູດອຍທີ່ທຸກຍາກ. ທ່ານ ສີຈິ້ນຜິງ ໄດ້ລູບເບິ່ງເສື່ອແລະຜ້າຫົ່ມ, ເບິ່ງຖັງເຂົ້າ, ທັງໄດ້ເຂົ້າເຖິງຫ້ອງຄົວ ແລະ ນັ່ງອ້ອມບ່ອນຝິງໄຟ ໂດຍໄດ້ໃຫ້ກໍາລັງໃຈທຸກຄົນຈົ່ງເພີ່ມທະວີຄວາມໝັ້ນໃຈ ແລະ ປ່ຽນແປງຊີວິດຂອງຕົນດ້ວຍມືຂະຫຍັນຂອງຕົນເອງ. ຢູ່ໃນເດີ່ນບ້ານຂອງຊາວບ້ານ, ທ່ານ ສີຈິ້ນຜິງ ໄດ້ສະເໜີແນວຄິດອັນສໍາຄັນ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ”ເປັນເທື່ອທໍາອິດ.

ທ່ານປະທານສີຈິ້ນຜິງກ່າວວ່າ: “ເມື່ອເຮົາເຮັດວຽກລຶບລ້າງຄວາມທຸກຍາກ, ຫ້າມຮ້ອງຄຳຂວັນ ແລະກໍບໍ່ຕ້ອງກຳນົດເປົ້າໝາຍທີ່ສູງເກີນຄວາມເປັນຈິງເກີນໄປ. ການຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກຕ້ອງສະແຫວງຫາສັດຈະທຳຈາກຄວາມຈິງ, ວາງແຜນຕາມສະພາບຕົວຈິງຂອງທ້ອງຖິ່ນ, ຊີ້ນຳຕາມທຸກປະເພດ, ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ.”

ເດືອນມັງກອນປີ 2014, ເມືອງຮົວຢວນໄດ້ຄັດເລືອກພະນັກງານທີ່ເປັນສະມາຊິກພັກຜູ້ທີ່ມີປະສົບການ 5 ຄົນເພື່ອສ້າງເປັນໜ່ວຍງານປະຈໍາບ້ານ, ໂດຍໄດ້ຈັດຕັ້ງປະຕິບັດແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ຢູ່ບ້ານສິບແປດຖໍ້າກ່ອນໝູ່, ສິ່ງນີ້ບໍ່ພຽງແຕ່ໄດ້ບຸກເບີກເສັ້ນທາງແຫ່ງການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍທີ່ດີທີ່ສາມາດ “ຮຽນແບບໄດ້ ແລະ ສາມາດເຜີຍແຜ່ໃຫ້ກວ້າງອອກໄປ” ໄດ້ເທົ່ານັ້ນ, ແຕ່ຍັງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສໍາເລັດຜົນ ແລະ ບຸກເບີກສ້າງເສັ້ນທາງ

ໃໝ່ແຫ່ງລະບົບອຸດສາຫະກໍາ “ການທ່ອງທ່ຽວ+” ນໍາອີກ. ທ່ານ ສືຈິ້ນຫຼານ ຫົວໜ້າຄະນະກຳມະການບ້ານສິບແປດຖໍ້າໃນເວລານັ້ນ ຢືນຢັນວ່າ: ເມື່ອມີເສັ້ນທາງທີ່ຖືກຕ້ອງແລ້ວ, ຊາວບ້ານຮັ່ງມີແລ້ວ, ກໍຈະເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມໝັ້ນໃຈຢ່າງເຕັມປ່ຽມຫຼາຍກວ່າເກົ່າ.

ທ່ານ ສືຈິ້ງຫຼານເວົ້າວ່າ: “ປີ 2013, ລາຍຮັບຂອງຊາວບ້ານພວກເຮົາຄິດສະເລ່ຍຕໍ່ຫົວຄົນແລ້ວແມ່ນມີເຖິງ 1.668 ຢວນ, ເມື່ອຮອດປີ 2016 ໄດ້ເພີ່ມຂຶ້ນເປັນ 8.313 ຢວນ, ມາຮອດທ້າຍປີ 2016, ທົ່ວບ້ານແມ່ນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮອດປີ 2018 ໄດ້ເພີ່ມຂຶ້ນເປັນ 12.128 ຢວນ ໂດຍໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື. ປັດຈຸບັນ ມີລາຍຮັບຫຼາຍຂຶ້ນກວ່າເກົ່າຕື່ມອີກ.”

ປີ 2013, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຮອດບ້ານສິບແປດຖໍ້າ, ໂດຍໄດ້ຮ່ວມກັບພະນັກງານບ້ານ ແລະ ຜູ້ຕາງໜ້າຂອງຊາວບ້ານເຂົ້າມານັ່ງລົມກັນກ່ຽວກັບຊີວິດປະຈໍາວັນ ກໍຄືການພັດທະນາ. ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: ການຫຼຸດຜ່ອນຄວາມທຸກຍາກແມ່ນຕ້ອງຕິດແທດກັບຄວາມເປັນຈິງ ແລະ ອີງໃສ່ເງື່ອນໄຂທີ່ເອື້ອອຳນວຍຂອງທ້ອງຖິ່ນ. ຕ້ອງຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ, ຢ່າຮ້ອງແຕ່ຄຳຂວັນລ້າໆ ແລະ ຢ່າຕັ້ງເປົ້າໝາຍສູງເກີນໄປແບບບໍ່ສອດຄ່ອງກັບຄວາມເປັນຈິງ.

ແຕ່ວ່າເນື້ອທີ່ດິນປູກຝັງສະເລ່ຍຕໍ່ຫົວຄົນມີບໍ່ຮອດ 1 ມູ໋(ປະມານ0,07ເຮັກຕາ),ມັນຈະພັດທະນາຫຍັງໄດ້? ໃນເວລາທີ່ທ່ານນາງ ສືຊຸ້ນຫຼຽນ ຫາກໍ່ພັກຜ່ອນຮັບບຳນານອອກຈາກຕຳແໜ່ງເລຂາໜ່ວຍພັກບ້ານພວມອຸກໃຈຢູ່ນັ້ນ, ເຄື່ອງນຸ່ງເຜົ່າມົ້ງໃນໂຕຂອງລາວໄດ້ສ້າງແຮງບັນດານໃຈຂຶ້ນມາທັນທີ, ລາວຕັດສິນໃຈສະເໜີຄວາມຄິດທີ່ຫວັງຢາກພັດທະນາອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງຢ່າງກ້າຫານ.

ປີ 2014, ທ່ານນາງ ສືຊຸ້ນຫຼຽນ ໄດ້ດັດແປງເຮືອນມຸງດິນຂໍ 3 ຫ້ອງຂອງຕົນໃຫ້ເປັນໂຮງຜະລິດເຄື່ອງປັກແສ່ວເຜົ່າມົ້ງທັງເປັນສູນເຝິກອົບຮົມສີມືປັກແສ່ວເຜົ່າມົ້ງ ໂດຍສ້າງໃຫ້ເປັນສະຫະກອນເຄື່ອງປັກແສ່ວເຜົ່າມົ້ງຊາວກະສິກອນບ້ານສິບແປດຖ້ຳ.

ເຄື່ອງປັກແສ່ວເຜົ່າມົ້ງຕ່າງໆ


ເພື່ອເຮັດໃຫ້ອຸດສາຫະກໍາເຄື່ອງປັກແສ່ວເຜົ່າມົ້ງໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ, ທ່ານນາງ ສືຊຸ້ນຫຼຽນ ໄດ້ຕັ້ງໜ້າຍາດແຍ່ງເອົາການສະໜັບສະໜູນນໍາພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ບັນລຸການຮ່ວມມືດ້ານອຸດສາຫະກໍາກັບບໍລິສັດ ແລະ ສະຖາບັນການສຶກສາຊັ້ນສູງຕ່າງໆຕາມລໍາດັບ ແລະ ໄດ້ບຸກເບີກຮູບແບບບໍລິຫານທຸລະກິດຄື “ບໍລິສັດ+ສະຫະກອນ+ຄອບຄົວຊາວກະສິກອນ”, ເຊິ່ງບໍ່ພຽງແຕ່ໄດ້ພັດທະນາອຸດສາຫະກຳເຄື່ອງປັກແສ່ວເຜົ່າມົ້ງຢູ່ສ່ວນເລິກໃນເຂດພູດອຍໃຫ້ມີຊີວິດຊີວາຂຶ້ນເທົ່ານັ້ນ, ຍັງໄດ້ສ້າງສະຖານະພາບໃໝ່ໃຫ້ກັບແມ່ຍິງເຝົ້າເຮືອນຢູ່ໃນບ້ານສ່ວນຫຼາຍອີກດ້ວຍ.

ເພື່ອສະເຫຼີມສະຫຼອງການສ້າງທຸລະກິດຂອງກຸ່ມບໍລິສັດຈົ່ງເຊີຈີນຫຼື CRRC ຄົບຮອບ 140 ປີ, ຜູ້ປັກແສ່ວ 8 ຄົນຢູ່ໃນສະຫະກອນເຄື່ອງປັກແສ່ວເຜົ່າມົ້ງບ້ານສິບແປດຖ້ຳໄດ້ໃຊ້ເວລາ 23 ວັນ, ໃຊ້ເສັ້ນປັກແສ່ວ 50 ກວ່າຊະນິດ, ປັກແສ່ວເປັນ 600.000 ກວ່າເທື່ອ, ຈຶ່ງຜະລິດເຄື່ອງປັກແສ່ວໃນຮູບ “ມັງກອນໃຫຍ່ເຫິນຟ້າ” ໃຫ້ສຳເລັດໄດ້. ແມ່ຍິງຢູ່ໃນບ້ານສິບແປດຖໍ້າສາມາດສ້າງລາຍຮັບໂດຍໝູນໃຊ້ສີມືທີ່ຜູ້ອາວຸໂສຖ່າຍທອດໃຫ້ໄດ້ແລ້ວ.

ຢູ່ບ້ານສິບແປດຖໍ້າ, ເມື່ອເວົ້າເຖິງຊື່ຂອງທ່ານນາງ ສືຊຸ້ນຫຼຽນ ແລ້ວ, ທຸກຄົນແມ່ນໄດ້ຮູ້ຈັກກັນໝົດ. ສ່ວນທ້າວ ຫຼົງຊຽນຫຼານ ຊາວບ້ານບ້ານສິບແປດຖໍ້າກໍເຄີຍ ເປັນຜູ້ທີ່ຮູ້ຈັກກັນແບບໜ້າອັບອາຍໝູ່ໃນໄລຍະເບື້ອງຕົ້ນ. ກ່ອນໜ້ານີ້ 10 ປີ, ທ້າວ ຫຼົງຊຽນຫຼານ ທີ່ເປັນລູກກໍາພ້າແລະເຄີຍເປັນ “ຄົນຂີ້ເຫຼົ້າ” “ຄົນຂີ້ຄ້ານ” ແລະ “ຊາຍໂສດ” ໃນບ້ານສິບແປດຖໍ້າ. ພາຍຫຼັງໜ່ວຍງານຫຼຸດຜ່ອນຄວາມທຸກຍາກປະຈໍາບ້ານເຂົ້າມາປະຕິບັດໜ້າທີ່ຢູ່ໃນບ້ານແລ້ວ, ທ້າວ ຫຼົງຊຽນຫຼານ ໄດ້ຖືກຈັດໃຫ້ເຮັດວຽກຄູ່ກັບຫົວໜ້າໜ່ວຍງານຫຼຸດຜ່ອນຄວາມທຸກຍາກປະຈໍາບ້ານ ໂດຍໄດ້ເລີ່ມຮຽນວິທີລ້ຽງເຜິ້ງ ແລະ ເກັບກ່ຽວນໍ້າເຜິ້ງ. ປີ 2017, ທ້າວ ຫຼົງຊຽນຫຼານ ໄດ້ແຕ່ງງານກັບຜູ້ຍິງທີ່ລາວມັກ. ເຂົາເຈົ້າໄດ້ມີລູກສາວຄົນໜຶ່ງ ເຊິ່ງມີຊື່ວ່າ ຫຼົງສື່ເອີ່ນ, ໝາຍຄວາມວ່າໃຫ້ຄິດເຖິງບຸນຄຸນຂອງພັກເລື້ອຍໆ ແລະ ບໍ່ລືມທຸກຄົນທີ່ເຄີຍໃຫ້ຄວາມຊ່ວຍເຫຼືອກັບລາວ. ມາຮອດປັດຈຸບັນ, ທ້າວ ຫຼົງຊຽນຫຼານ ໄດ້ກາຍເປັນຜູ້ທີ່ປະສົບຜົນສໍາເລັດໃນດ້ານການສ້າງຄວາມຮັ່ງມີທີ່ມີລາຍຮັບຫຼາຍກວ່າ 500.000 ຢວນຕໍ່ປີ. ສ່ວນເລື່ອງລາວຂອງລາວໄດ້ກາຍເປັນພາບລວມໂດຍຫຍໍ້ແຫ່ງຜົນສໍາເລັດດ້ານການຫຼຸດຜ່ອນຄວາມທຸກຍາກຢ່າງມີຊີວິດຊີວາຂອງບ້ານສິບແປດຖໍ້າ.


ທ່ານໂຫຼງຊ່ຽນຫຼານກັບເມຍທີ່ມີຄວາມສຸກ


ທ່ານໂຫຼງຊ່ຽນຫຼານເວົ້າວ່າ: “ນະໂຍບາຍຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍໄດ້ເຮັດໃຫ້ຂ້າພະເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກ ພ້ອມທັງໄດ້ສ້າງຄອບຄົວນຳອີກ. ປີ 2016, ຂ້າພະເຈົ້າຫາເງິນໄດ້ 5 ໝື່ນຢວນໂດຍຜ່ານການລ້ຽງເຜິ້ງແລະຂາຍນ້ຳເຜິ້ງ ແລ້ວກໍຍັງຫາເມຍໄດ້ອີກ; ປີ 2022, ລາຍຮັບຈາກການຂາຍນ້ຳເຜິ້ງມີຫຼາຍກວ່າ 5 ແສນຢວນແລ້ວ. ຕອນນີ້ນ້ຳເຜິ້ງຂ້ອງພວກເຮົາມີຊື່ສຽງໂດ່ງດັງຫຼາຍ, ຊີວິດຂອງເຮົາມີຄວາມຫວານຊື່ນປານນ້ຳເຜິ້ງ.”

ປີ 2014, ຄຽງຄູ່ກັບຜູ້ຄົນທີ່ໄປທ່ອງທ່ຽວແລະໄປທັດສະນະສຶກສາຢູ່ບ້ານສິບແປດຖ້ຳທີ່ນັບມື້ນັບຫຼາຍຂຶ້ນ, ຊາວບ້ານຫຼາຍຄົນໄດ້ກາຍເປັນເຈົ້າຂອງເຮືອນພັກແລະຮ້ານອາຫານ, ໃນຫຼາຍປີມານີ້, ທຸລະກິດຂອງເຂົາເຈົ້າເຮັດໄດ້ດີຫຼາຍ.

ທ້າວຢາງເຈີ້ງປ່າງ ຊາວບ້ານຂອງບ້ານສິບແປດຖ້ຳກັບນາງອາຢາ ເມຍຂອງເພິ່ນໄດ້ເປີດຮ້ານອາຫານພື້ນບ້ານຢູ່ໃນເຮືອນຂອງຕົນ, ແຕ່ລະມື້ ເຂົາເຈົ້າກໍຫຍຸ້ງນຳການຕ້ອນຮັບແຂກທີ່ມາຈາກແຫ່ງຕ່າງໆໃນທົ່ວປະເທດຈີນ. ເມື່ອຮອດວັນບຸນແລະວັນພັກ, ແຂກຈະນັ່ງເຕັມຫຼາຍສິບໂຕະທີ່ຢູ່ໃນເຮືອນແລະນອກເຮືອນ, ທັງຜົວແລະເມຍມີຄວາມພໍໃຈຫຼາຍຕໍ່ສະພາບການເຮັດທຸລະກິດຮ້ານອາຫານໃນປັດຈຸບັນ, ເຂົາເຈົ້າບໍ່ຕ້ອງທຳມາຫາກິນຢູ່ຕ່າງຖິ່ນຄືເມື່ອກ່ອນອີກແລ້ວ, ຢູ່ໃນບ້ານຂອງຕົນກໍສາມາດຫາເງິນໄດ້ຫຼາຍສົມຄວນ.

ທ້າວຢາງເຈີ້ງປ່າງເວົ້າວ່າ: “ຕອນນີ້ພວກເຮົາສາມາດສ້າງທຸລະກິດຢູ່ໃນບ້ານເຮົາ, ເປັນເຖົ້າແກ່, ແຕ່ກີ້ມີແຕ່ພວກເຮົາຮ້ອງຄົນອື່ນວ່າ ‘ເຖົ້າແກ່’, ບໍ່ກ້າຄິດເລີຍວ່າມື້ນີ້ຄົນອື່ນຮ້ອງເຮົາວ່າເຖົ້າແກ່. ຄຳວ່າ ‘ເຖົ້າແກ່’ ເປັນກຳລັງໃຈທີ່ໃຫຍ່ທີ່ສຸດສຳລັບພວກເຮົາ.”

ເດືອນມິຖຸນາປີ 2018, ຫຼັງຈາກສິ້ນສຸດການເຄື່ອນໄຫວຢ້ຽມຢາມຢູ່ນະຄອນຫຼວງປັກກິ່ງແລ້ວ ທ່ານບຸນຍັງ ວໍລະຈິດ  ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວໃນເວລານັ້ນທີ່ເດີນທາງມາຢ້ຽມຢາມຈີນຕາມຄຳເຊີນ ໄດ້ນຳພາຄະນະຜູ້ແທນລາວເດີນທາງໄປທັດສະນະສຶກສາຢູ່ບ້ານສິບແປດຖ້ຳ ເພື່ອຖອດຖອນບົດຮຽນຂອງຈີນໃນການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ.


ເດືອນມິຖຸນາປີ 2018, ທ່ານບຸນຍັງ ວໍລະຈິດ  ປະທານປະເທດລາວໃນເວລານັ້ນໄປຢ້ຽມຢາມບ້ານສິບແປດຖ້ຳ


ນີ້ແມ່ນຄັ້ງທຳອິດທີ່ມີປະມຸກລັດຕ່າງປະເທດໄປຢ້ຽມຢາມບ້ານສິບແປດຖ້ຳ. ທິວທັດທີ່ສວຍງາມແລະບັນຍາກາດທີ່ສະຫງົບຮັ່ງມີຢູ່ທ່າມກາງພູຂຽວ ໄດ້ສ້າງຄວາມປະທັບໃຈທີ່ເລິກເຊິ່ງໃຫ້ແກ່ຄະນະຜູ້ແທນລາວ, ທ່ານບຸນຍັງ ວໍລິຈິດກ່າວວ່າ: ບົດຮຽນຂອງຈີນໃນການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍເປັນໜ້າຖອດຖອນຮ່ຳຮຽນ.

ເດືອນເມສາປີ 2019, ໃນໄລຍະບຸນຫົດນ້ຳປີໃໝ່ລາວ, ຊາວບ້ານບ້ານສິບແປດຖ້ຳໄດ້ຮ່ວມກັນຂຽນຈົດໝາຍເຖິງທ່ານບຸນຍັງ ວໍລະຈິດ, ເພື່ອແຈ້ງສະພາບການພັດທະນາບ້ານຂອງຕົນໃນໄລຍະ 1 ປີຜ່ານມາ, ທັງອວຍພອນໄຊອັນປະເສີດໃຫ້ແກ່ເພິ່ນເນື່ອງໃນໂອກາດບຸນປີໃໝ່ລາວ.

ຫຼັງຈາກນັ້ນເດືອນເຄິ່ງ, ຈົດໝາຍຕອບຂອງທ່ານບຸນຍັງ ວໍລະຈິດ ໄດ້ຖືກສົ່ງເຖິງຊາວບ້ານ. ຕອນເລີ່ມຕົ້ນຈົດໝາຍຂອງທ່ານບຸນຍັງ ວໍລະຈິດໄດ້ລະບຸໂດຍເອີ້ນຊາວບ້ານສິບແປດຖ້ຳເປັນ “ບັນດາສະຫາຍທີ່ຮັກແພງ” ໂດຍມີເນື້ອໃນບາງຕອນລະບຸວ່າ: “ກ່ອນອື່ນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ປະຊາຊົນບ້ານສິບແປດຖ້ຳໄດ້ສົ່ງຈົດໝາຍໄປຢື້ຢາມຖາມຂ່າວຂ້າພະເຈົ້າ ທັງໄດ້ສົ່ງຄຳອວຍພອນອັນປະເສີດໃນໂອກາດບຸນປີໃໝ່ລາວໃຫ້ແກ່ຂ້າພະເຈົ້າພ້ອມດ້ວຍຄອບຄົວ ເຊິ່ງເປັນການສະແດງໃຫ້ເຫັນເຖິງມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດລາວ-ຈີນ.” ເນື້ອໃນຈົດໝາຍຕອບຂອງທ່ານບຸນຍັງວໍລະຈິດຍັງລະບຸຕື່ມວ່າ: ຂ້າພະເຈົ້າໄດ້ເຫັນບັນດາຜົນສຳເລັດຮອບດ້ານຂອງບ້ານສິບແປດຖ້ຳຈາກການລຶບລ້າງຄວາມທຸກຍາກໃນໄລຍະສັ້ນ ພາຍໃຕ້ການຊີ້ນຳທີ່ສຳຄັນ,ຖືກຈຸດ ແລະ ຖືກເປົ້າໝາຍຂອງສະຫາຍເລຂາທິການໃຫຍ່ ປະທານປະເທດສີຈິ້ນຜິງ ໃນຊຸມປີຜ່ານມາ ເຊິ່ງໄດ້ເຮັດໃຫ້ບ້ານສິບແປດຖ້ຳມີໃບໜ້າໃໝ່, ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ. ຜົນສຳເລັດຂອງບັນດາສະຫາຍໄດ້ເປັນບົດຮຽນອັນປະເສີດໃຫ້ແກ່ປະຊາຊົນລາວພວກຂ້າພະເຈົ້າທີ່ພວມສູ້ຊົນແກ້ໄຂຄວາມທຸກຍາກ ເພື່ອນຳເອົາປະເທດຊາດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາໃນຕໍ່ໜ້າ.

ເດືອນກຸມພາປີ 2017, ທົ່ວບ້ານສິບແປດຖ້ຳໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະກ້າວເດີນໄປຕາມເສັ້ນທາງການພັດທະນາຊົນນະບົດໃຫ້ຈະເລີນ. ໃນຊຸມປີມໍ່ໆມານີ້, ບ້ານສິບແປດຖ້ຳໄດ້ພັດທະນາບ້ານໃຫ້ກາຍເປັນບ້ານທີ່ໜ້າຢູ່ແລະບ້ານທີ່ສວຍງາມ, ພັດທະນາອຸດສາຫະກຳການທ່ອງທ່ຽວຊົນນະບົດແລະອຸດສາຫະກຳທີ່ມີເອກະລັກຂອງຕົນ. ປີ 2022, ບ້ານສິບແປດຖ້ຳໄດ້ຕ້ອນຮັບນັກທ່ອງທ່ຽວ 532.000 ເທື່ອຄົນ, ມີລາຍຮັບເຖິງ 12 ລ້ານຢວນ. ປີດຽວກັນ, ບ້ານສິບແປດຖ້ຳໄດ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງຊາດລະດັບ 5A, ຍິ່ງມີແຂກທີ່ມາທັດສະນະສຶກສາແລະທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ.

ທ່ານຜູ້ຟັງຮູ້ບໍ່? 2 ມື້ກ່ອນ, ບ້ານຖິ່ນຊົມຂອງແຂວງຫຼວງພະບາງກັບບ້ານສິບແປດຖ້ຳໄດ້ລົງນາມໃນສັນຍາການສ້າງເປັນ “ບ້ານແຮກຊ່ຽວສາກົນ”. ເລື່ອງລາວກ່ຽວກັບບ້ານສິບແປດຖ້ຳລະຫວ່າງຈີນ-ລາວຍັງຈະສືບຕໍ່ໄປ…

ບ້ານເຜົ່າມົ້ງນ້ອຍໆແຫ່ງນີ້ ໄດ້ເປັນສັກຂີພິຍານໃຫ້ແກ່ການເກາະແຂນກ້າວເດີນໄປຂ້າງໜ້າລະຫວ່າງສອງພັກ-ສອງລັດຈີນ-ລາວ ໂດຍຜ່ານການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ ພ້ອມທັງໄດ້ເຊື່ອມຕໍ່ຄວາມໃຝ່ຝັນຂອງປະຊາຊົນບັນດາປະເທດໃນໂລກທີ່ຢາກມີຊີວິດທີ່ດີງາມກວ່າເກົ່າຢ່າງແໜ້ນແຟ້ນ.