ທ່ານວາງຢີ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດນາອູຣຸ

2024-01-25 11:28:15 CRI

 

    ວັນທີ 24 ມັງກອນນີ້, ທ່ານວາງຢີ້ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານລີໂອເນນ ອັນກີມີ ລັດຖະມົນຕີກະຊວງການຕ່າງປະເທດນາອູຣຸຢູ່ນະຄອນຫຼວງປັກກິ່ງ.


    ທ່ານວາງຢີ້ກ່າວວ່າ: ພວກເຮົາຈະເປີດໜ້າໃໝ່ຂອງການພົວພັນຈີນ-ນາອູຣຸ, ນີ້ແມ່ນເວລາທີ່ມີລັກສະນະປະຫວັດສາດ,ຍ່ອມຈະຖືກຈົດເຂົ້າໄວ້ໃນປະຫວັດສາດ. ລັດຖະບານນາອູຣຸເຫັນກວ້າງມອງໄກ ຖືຜົນປະໂຫຍດພື້ນຖານຂອງປະຊາຊົນ,ມີຄວາມຕັດສິນໃຈທາງການເມືອງທີ່ຮັບຮອງຫຼັກການປະເທດຈີນດຽວ, “ຕັດສາຍພົວພັນທາງການທູດ” ກັບເຂດໄຕ້ຫວັນ ແລະ ຟື້ນຟູສາຍພົວພັນທາງການທູດກັບສາທາລະນະລັດປະຊາຊົນຈີນ, ເລືອກຢືນຢູ່ຂ້າງທີ່ຖືກຕ້ອງທາງປະຫວັັດສາດ.



    ທ່ານລີໂອເນນ ອັນກີມີກ່າວວ່າ: ລັດຖະບານນາອູຣຸຮັບຮອງໃນໂລກນີ້ແມ່ນມີແຕ່ປະເທດຈີນດຽວ, ລັດຖະບານສປຈີນແມ່ນລັດຖະບານທີ່ຊອບດ້ວຍກົດໝາຍພຽງອັນດຽວທີ່ເປັນຕົວແທນຂອງທົ່ວປະເທດຈີນ, ໄຕ້ຫວັນແມ່ນເຂດໜຶ່ງທີ່ແບ່ງແຍກບໍ່ໄດ້ຂອງຈີນ, ນາອູຣຸຈະເດັດດ່ຽວຮັກສາຫຼັກການປະເທດຈີນດຽວຢ່າງຕັ້ງໜ້າ.