ໝູ່ເກາະຊີ່ຊ່າ ແລະ ໝູ່ເກາະນານຊ່າລ້ວນແຕ່ແມ່ນດິນແດນຂອງຈີນ

2024-01-25 10:33:25 cri

ວັນທີ 24 ມັງກອນນີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວວ່າ: ໝູ່ເກາະຊີ່ຊ່າ ແລະ ໝູ່ເກາະນານຊ່າລ້ວນແຕ່ແມ່ນດິນແດນຂອງຈີນ, ພວກເຮົາມີຫຼັກຖານອ້າງອີງທາງປະຫວັດສາດ ແລະ ກົດໝາຍຢ່າງເຕັມທີ່. ຈີນໄດ້ຄົ້ນພົບ, ຕັ້ງຊື່ໃຫ້ ແລະ ພັດທະນາໝູ່ເກາະເຫຼົ່ານີ້ກ່ອນໝູ່ ພ້ອມທັງໄດ້ປະຕິບັດສິດອະທິປະໄຕເໜືອໝູ່ເກາະເຫຼົ່ານີ້ຕະຫຼອດມາ. ຈີນຄັດຄ້ານປະເທດທີ່ກ່ຽວຂ້ອງທີ່ສະເໜີເຈດຕະນາທີ່ຜິດຕໍ່ກົດໝາຍຕໍ່ດິນແດນຂອງຈີນມາໂດຍຕະຫຼອດ ແລະ ຈະສືບຕໍ່ປົກປັກຮັກສາອະທິປະໄຕຂອງຕົນຢ່າງເດັດດ່ຽວ.