ທ່ານສີຈິ້ນຜິງໃຫ້ຄຳຊີ້ແຈງສຳຄັນຕໍ່ອັກຄີໄພທີ່ເກີດຂຶ້ນໃນຮ້ານແຄມທາງແຫ່ງໜຶ່ງຂອງນະຄອນຊິນຢວີແຂວງຈ່ຽງຊີ

2024-01-25 10:55:02 cri

ວັນທີ 24 ມັງກອນນີ້, ຮ້ານແຄມທາງແຫ່ງໜຶ່ງຂອງເມືອງຢວີສຸຍນະຄອນຊິນຢວີແຂວງຈ່ຽງຊີຈີນໄດ້ເກີດອັກຄີໄພ. ນັບມາຮອດປັດຈຸບັນ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 39 ຄົນ ແລະ 9 ຄົນໄດ້ຮັບບາດເຈັບ.


ພາຍຫຼັງເກີດອັກຄີໄພແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເອົາໃຈໃສ່ຢ່າງສູງ ແລະ ໃຫ້ຄຳຊີ້ແຈງສຳຄັນ ໂດຍຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງຊ່ວຍກັນສະກັດກັ້ນບໍ່ໃຫ້ເກີດອຸບັດເຫດປະເພດຕ່າງໆເກີດຂຶ້ນຢ່າງເດັດດ່ຽວ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ພ້ອມດ້ວຍສະຖຽນລະພາບທາງສັງຄົມ.