ການລົງທຶນດ້ານພະລັງງານໃໝ່ຂອງຈີນໃນປີ 2023 ເພິ່ມຂຶ້ນ 34% ເມື່ອທຽບກັບປີ 2022

2024-01-26 11:25:55 CRI

    ວັນທີ 25 ມັງກອນນີ້, ອົງການພະລັງງານແຫ່ງລັດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານຈ່າງຊີ່ງ ຮອງຫົວໜ້າກົມວຽກງານສັງລວມຂອງອົງການພະລັງງານແຫ່ງລັດຈີນເວົ້າວ່າ: ໃນປີ 2023,ຍອດມູນຄ່າການລົງທຶນຕໍ່ພະລັງງານໃໝ່ຂອງຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 34% ເມື່ອທຽບກັບປີ 2022. ໃນນັ້ນ, ຍອດມູນຄ່າລົງທຶນການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນມີຫຼາຍກວ່າ 670 ຕື້ຢວນ, ຍອດມູນຄ່າການລົງທຶນຜະລິດໄຟຟ້າດ້ວຍພະລັງງານລົມມີຫຼາຍກວ່າ 380 ຕື້ຢວນ. ປີ2023,ຄວາມສາມາດດ້ານການຜະລິດພະລັງງານໝູນວຽນທົ່ວໂລກໄດ້ເພິ່ມຂຶ້ນໃໝ່ເປັນ 510ລ້ານກິໂລວັດ, ໃນນັ້ນ, ການປະກອບສ່ວນຈາກຈີນມີຫຼາຍກວ່າ 50%.



    ໃນດ້ານການລົງທຶນ, ການລົງທຶນພະລັງງານສະອາດຢູ່ຕ່າງປະເທດຂອງວິສາຫະກິດຈີນແມ່ນກວ້າງຂວາງຫຼາຍສົມຄວນ ເຊິ່ງປະກອບດ້ວຍຂົງເຂດຕົ້ນຕໍຕ່າງໆ ເຊັ່ນ: ໄຟຟ້າພະລັງງານລົມ, ໄຟຟ້າແສງຕາເວັນ ແລະ ເຊື່ອນໄຟຟ້າພະລັງງານນ້ຳເປັນຕົ້ນ, ໄຟຟ້າພະລັງງານລົມ ແລະ ຜະລິດຕະພັນໄຟຟ້າແສງຕາເວັນຂອງຈີນໄດ້ສົ່ງອອກໄປຮອດ 200 ກວ່າປະເທດ ແລະ ເຂດແຄວ້ນຂອງໂລກ.